ສະພາຮັບຮອງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະສະບັບສ້າງໃໝ່

ສະພາຮັບຮອງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະສະບັບສ້າງໃໝ່ - Accept naw law - ສະພາຮັບຮອງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະສະບັບສ້າງໃໝ່
ສະພາຮັບຮອງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະສະບັບສ້າງໃໝ່ - kitchen vibe - ສະພາຮັບຮອງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະສະບັບສ້າງໃໝ່

ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII, ຄັ້ງວັນທີ 18 ມິຖຸນາ ນີ້, ໂດຍການເປັນປະທານຂອງທ່ານ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ມີບັນດາສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນປະກອບຄຳຄິດເຫັນຢ່າງກົງໄປກົງມາໃສ່ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະສະບັບສ້າງໃໝ່ ເພື່ອເຮັດໃຫ້ຮ່າງກົດໝາຍດັ່ງກ່າວຄົບຖ້ວນສົມບູນ ແລະ ຮັດກຸມແທດເໝາະກັບຕົວຈິງ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ຜ່ານຮ່າງກົດໝາຍວ່າດັ່ງກ່າວ ຕໍ່ກອງປະຊຸມວ່າ: ເນື່ອງຈາກຮ່າງກົດໝາຍສະບັບນີ້ ໄດ້ນໍາເຂົ້າທາບທາມໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ໃນເດືອນ ພະຈິກ 2017 ຜ່ານມາ, ສະມາຊິກສະພາແຫ່ງຊາດໄດ້ປະກອບຄໍາເຫັນ ຊຶ່ງສັງລວມໄດ້ 6 ບັນຫາພື້ນຖານທີ່ຈະຕ້ອງໄປປັບປຸງແກ້ໄຂເຊັ່ນ: ຄົ້ນຄວ້າປັບປຸງຄືນທາງດ້ານໂຄງສ້າງ ແລະ ເນື້ອໃນຂອງຮ່າງກົດໝາຍ, ການຄໍ້າປະກັນໃຫ້ແກ່ວິສາຫະກິດເອກະຊົນ, ຄົ້ນຄວ້າຄວາມເປັນໄປໄດ້ໃນການອະນຸຍາດໃຫ້ທ້ອງຖິ່ນສາມາດກູ້ຢືມໄດ້ໂດຍກົງ, ການກໍານົດອັດຕາສ່ວນໜີ້ສິນສາທາລະນະຕໍ່ GDP ເຂົ້າໃນກົດໝາຍ ເພື່ອໃຫ້ເປັນເປົ້າໝາຍສູ້ຊົນຂອງລັດຖະບານໃນການຄຸ້ມຄອງລະດັບໜີ້ສິນສາທາລະນະ, ການສ້າງຄັງຊໍາລະໜີ້ສິນສາທາລະນະ ແລະ ບັນຫາການແບ່ງຄວາມຮັບຜິດຊອບລະຫລວ່າງ ສະພາແຫ່ງຊາດ ແລະ ລັດຖະບານ ໃນການຄຸ້ມຄອງໜີ້ສິນສາທາລະນະ. ຕໍ່ບັນຫາດັ່ງກ່າວນັ້ນ, ຄະນະຮັບຜິດຊອບໄດ້ປັບປຸງຄືນດ້ານໂຄງສ້າງ ແລະ ເນື້ອໃນຂອງແຕ່ລະພາກ, ໝວດ ແລະ ມາດຕາຂອງຮ່າງກົດໝາຍສະບັບນີ້, ຊຶ່ງປັບປຸງໂຄງສ້າງຈາກ 14 ພາກ, 4 ໝວດ ແລະ 70 ມາດຕາ ມາເປັນ 12 ພາກ, 6 ໝາດ ແລະ 85 ມາດຕາ. ເພື່ອແນໃສ່ເຮັດໃຫ້ວຽກງານຄຸ້ມຄອງໜີ້ສິນສາທາລະນະຂອງລາວ ມີນິຕິກໍາເປັນບ່ອນອີງໜັກແໜ້ນຕາມຫຼັກລະບຽບການ ແລະ ການຄຸ້ມຄອງກັບການພັດທະນາເສດຖະກິດ-ສັງຄົມ, ກວດກາໜີ້ສິນທີ່ເກີດຈາກການກູ້ຢືມ ແລະ ຄ້ຳປະກັນການກູ້ຢືມຂອງລັດຖະບານໃຫ້ເປັນລະບົບຂຶ້ນກວ່າເກົ່າ ເພື່ອເຮັດໃຫ້ກົດໝາຍດັ່ງກ່າວ ກາຍເປັນເຄື່ອງມືທີ່ສຳຄັນຕົ້ນຕໍໃນການຄຸ້ມຄອງການເງິນພາກລັດ, ຮັບປະກັນສະຖຽນລະພາບທາງດ້ານເສດຖະກິດການເງິນມະຫາພາກ, ການເຕີບໂຕທາງດ້ານເສດຖະກິດ ແລະ ຄວາມເຊື້ອຖືຂອງສາກົນ, ຜູ້ໃຫ້ທຶນ ແລະ ນັກລົງທຶນກ່ຽວກັບຖານະໜີ້ສິນຂອງລາວ ຈຶ່ງມີຄວາມຈຳເປັນຕ້ອງໄດ້ຄົ້ນຄວ້າສ້າງຮ່າງກົດໝາຍສະບັບດັ່ງກ່າວຂຶ້ນ. ຊຶ່ງສະມາຊິກສະພາແຫ່ງຊາດ ໄດ້ເຫັນດີເປັນເອກະພາບຮັບຮອງເອົາກົດໝາຍ ດັ່ງກ່າວດ້ວຍຄະແນນສຽງສ່ວນຫຼາຍ.

ສະພາຮັບຮອງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະສະບັບສ້າງໃໝ່ - Visit Laos Visit SALANA BOUTIQUE HOTEL - ສະພາຮັບຮອງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະສະບັບສ້າງໃໝ່
ສະພາຮັບຮອງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະສະບັບສ້າງໃໝ່ - Visit Laos Visit SALANA BOUTIQUE HOTEL - ສະພາຮັບຮອງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະສະບັບສ້າງໃໝ່
ສະພາຮັບຮອງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະສະບັບສ້າງໃໝ່ - 3 - ສະພາຮັບຮອງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະສະບັບສ້າງໃໝ່
ສະພາຮັບຮອງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະສະບັບສ້າງໃໝ່ - 5 - ສະພາຮັບຮອງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະສະບັບສ້າງໃໝ່
ສະພາຮັບຮອງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະສະບັບສ້າງໃໝ່ - 4 - ສະພາຮັບຮອງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະສະບັບສ້າງໃໝ່