ຮອງປະທານປະເທດຫວຽດນາມມາຢ້ຽມຢາມເປັນທາງການ ສປປ ລາວ
ໂດຍຕອບສະໜອງຕາມຄຳເຊີນຂອງສະຫາຍ ພັນຄຳ ວິພາວັນ ຮອງປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ຖິ້ງ ຮອງປະທານປະເທດແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ, ຈະໄດ້ເດີນທາງມາຢ້ຽມຢາມຢ່າງເປັນທາງການທີ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງວັນທີ 19-22 ມິຖຸນາ 2018.
ຊີວະປະຫວັດຫຍໍ້ຂອງສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ ຮອງປະທານປະເທດແຫ່ງ ສສ.ຫວຽດນາມ: ວັນເດືອນປີເກີດ: 25 ທັນວາ 1959 ທີ່ແຂວງກວາງນາມ, ລະດັບການສຶກສາປະລິນຍາໂທກໍ່ສ້າງພັກ, ປະລິນຍາຕີກົດໝາຍ ແລະ ປະລິນຍາຕີປະຫວັດສາດ ແລະ ພາສາຕ່າງປະເທດທີ່ຮູ້ແມ່ນອັງກິດ. ຕຳແໜ່ງປັດຈຸບັນແມ່ນຮອງປະທານປະເທດແຫ່ງ ສສ.ຫວຽດນາມ, ກໍາມະການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ X (ຜູ້ສຳຮອງ), XI, XII ຜູ້ແທນສະພາແຫ່ງຊາດ ສສ.ຫວຽດນາມ ຊຸດທີ XI, XIII
ໄລຍະການເຮັດວຽກ:
ແຕ່ 1974-1975 ເຮັດວຽກຢູ່ຄະນະຂົນຂວາຍທະຫານນະຄອນໄຊງ່ອນ (ໂຮ່ຈີມິນ)-ຢາດິ້ງ, ປີ1975-1983 ເຮັດວຽກຢູ່ຫ້ອງການເຂດ 1, ຮຽນທິດສະດີການເມືອງຊັ້ນກາງຢູ່ໂຮງຮຽນ ຫງວຽນ ວັນ ກື່, ປີ 1983-1989 ເປັນຄະ
ນະກໍາມະການພັກ, ຮັບຜິດຊອບວຽກງານຂົນຂວາຍປະຊາຊົນ, ຮອງເລຂາພັກຜູ້ປະຈໍາການ, ເລຂາພັກເມືອງເຂດ 11, ເຂດ 1 ນະຄອນໂຮ່ຈີມິງ, ປີ
1989-1992 ເປັນຄະນະປະຈໍາກໍາມະການເຂດ, ເລຂາພັກເມືອງເບັ້ນແທ່ງ, ເຂດ 1 ນະຄອນໂຮ່ຈີມິງ, ປີ 1993-1996 ເປັນຄະນະປະຈໍາກໍາມະການເຂດ, ຫົວໜ້າອົງການໄອຍະການປະຊາຊົນເຂດ 1, ປະທານກວດກາເຂດ 1 ນະຄອນໂຮ່ຈີມິນ, ປີ 1996-1998 ເປັນຄະນະປະຈໍາກໍາມະການເຂດ, ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນເຂດ 1, ນະຄອນໂຮ່ຈີມິງ, ປີ 1998-2001 ຮອງປະທານຜູ້ປະຈໍາການສະຫະພັນແມ່ຍິງນະຄອນໂຮ່ຈີມິງ, ຜູ້ແທນສະພາປະຊາຊົນນະຄອນໂຮ່ຈີມິງ (1999-2004), ປີ 2001-2005 ເປັນຄະນະກໍາມະການນະຄອນ, ເລຂາຄະນະພັກ, ປະທານສະຫະພັນແມ່ຍິງນະຄອນໂຮ່ຈີມິງ, ຄະນະກໍາມະການສູນກາງສະຫະພັນແມ່ຍິງຫວຽດນາມ, ຜູ້ແທນສະພາແຫ່ງຊາດຊຸດທີ XI, ຄະນະກໍາມະການບັນຫາຕ່າງໆສັງຄົມຂອງສະພາແຫ່ງຊາດຊຸດທີ XI, ປີ 2005-2007 ເປັນຮອງປະທານຄະນະກໍາມະການພົນລະເມືອງ-ຄອບຄົວ ແລະ ເດັກນ້ອຍຫວຽດນາມ, ກໍາມະການສຳຮອງຄະນະບໍລິຫານງານສູນກາງພັກຊຸດທີ X, ປີ 2007-2009 ເປັນກໍາມະການສຳຮອງຄະນະບໍລິຫານງານສູນກາງພັກຊຸດທີ X, ຮອງປະທານຄະນະກໍາມະການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງຫວຽດນາມ, ກໍາມະການຄະນະພັກ, ຮອງປະທານຜູ້ປະຈຳການສະຫະພັນແມ່ຍິງຫວຽດນາມ, ປີ 2009-2015 ຮອງເລຂາພັກແຂວງວິ໋ງລອງ (2009-2011), ເຂລາພັກແຂວງວິ໋ງລອງ, ກໍາມະການຄະນະບໍລິຫານງານສູນກາງພັກຊຸດທີ XI, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດຊຸດທີ 13 ແຂວງວິ໋ງລອງ, ປີ 2015-2016 ເປັນກໍາມະການສູນກາງພັກຊຸດທີ XII, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ແທນສະພາແຫ່ງຊາດຊຸດທີ XIII, ປີ 2016 ມາຮອດປັດຈຸບັນ ເປັນກໍາມະການສູນກາງພັກຊຸດທີ XII, ຮອງປະທານປະເທດແຫ່ງ ສສ.ຫວຽດນາມ ແລະ ຜູ້ແທນສະພາແຫ່ງຊາດຊຸດທີ XIII.