ຜົນກອງປະຊຸມສຸດຍອດ (ACMECS) ຄັ້ງທີ 8 ແລະ (CLMV) ຄັ້ງທີ 9 ທີ່ບາງກອກ.
ກອງປະຊຸມສຸດຍອດຂອບຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ຫລື ແອັກແມັກ (ACMECS) ຄັ້ງທີ 8 ແລະ ກອງປະຊຸມສຸດຍອດຂອບການຮ່ວມມືກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ຫລື ຊີແອວແອັມວີ (CLMV) ຄັ້ງທີ 9 ໄດ້ມີຂຶ້ນໃນວັນທີ 15-16 ມິຖຸນານີ້ ທີ່ບາງກອກປະເທດໄທ, ຄະນະຜູ້ແທນລາວເຂົ້າຮ່ວມນໍາໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ພັນລະຍາ.
ກອງປະຊຸມສຸດຍອດ ACMECS ຄັ້ງທີ 8 ໄດ້ໄຂຂຶ້ນຢ່າງທາງການໃນວັນທີ 16 ມິຖຸນາ, ໂດຍເລີ່ມຕົ້ນຈາກການຮັບຊົມວິດີໂອທີ່ສະທ້ອນໃຫ້ເຫັນຜົນສໍາເລັດຂອງແອັກແມັກໃນໄລຍະຜ່ານມາ ແລະ ຄວາມມຸ່ງຫວັງຂອງແອັກແມັກໃນອະນາຄົດ ແລະ ຕິດຕາມດ້ວຍການຮັບຊົມ ແລະ ຮັບຟັງ ສານອວຍພອນຈາກບັນດາຜູ້ນໍາ ແລະ ລັດຖະມົນຕີຕ່າງປະເທດຂອງບັນດາປະເທດຄູ່ຮ່ວມພັດ
ທະນາ ແລະ ປະທານສະຖາບັນການເງິນສາກົນ ແລະ ກ່າວເປິດກອງປະຊຸມໂດຍທ່ານນາຍົກ
ລັດຖະມົນຕີແຫ່ງຣາຊະອານາຈັກໄທ. ກອງປະຊຸມສຸດຍອດ ACMECS ຄັ້ງນີ້, ໄດ້ດໍາເນີນໄປພາຍໃຕ້ຫົວຂໍ້ “ກ້າວໄປສູ່ການເປັນປະຊາຄົມແມ່ນໍ້າຂອງທີ່ເຊື່ອມໂຍງ ແລະ ເຊື່ອມຈອດກັນ (Towards an Integrated and Connected Mekong Community)” ໂດຍການເປັນປະທານຂອງ ທ່ານ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ, ເຊິ່ງບັນດາຜູ້ນໍາໄດ້ແລກ
ປ່ຽນທັດສະນະກ່ຽວກັບການທົບທວນຄືນການຮ່ວມມືແອັກແມັກໃນໄລຍະຜ່ານມາ ແລະ ກໍານົດທິດທາງໃນຕໍ່ໜ້າ, ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແອັກແມັກ ສາມາດເຊື່ອມໂຍງເສດຖະກິດ ແລະ ເຊື່ອມຈອດກັບພາກພື້ນ ແລະ ສາກົນໄດ້ຢ່າງຍືນຍົງ. ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນໍາແອັກແມັກ ໄດ້ຮັບຮອງເອົາຖະແຫລງການບາງກອກ ແລະ ແຜນແມ່ບົດແອັກແມັກ 2019-2023 ເພື່ອເປັນທິດທາງການຮ່ວມມືໃນຕໍ່ໜ້າໃນ 3 ເປົ້າໝາຍ ຫລື 3S ຄື: ການເຊື່ອມຈອດດ້ານພື້ນຖານໂຄງລ່າງ (Seamless ACMECS), ຄວາມກົມກຽວດ້ານພື້ນຖານໂຄງບົນ (Synchronized ACMECS Economies) ແລະ ການພັດທະນາຊັບພະຍາກອນມະນຸດ ແລະ ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ (Smart and Sustainable ACMECS).
ກອງປະຊຸມສຸດຍອດ CLMV ຄັ້ງທີ 9 ໄດ້ດໍາເນີນໄປພາຍໃຕ້ຫົວຂໍ້ “ເພື່ອການເຊື່ອມໂຍງເສດ
ຖະກິດ ແລະ ເຊື່ອມຈອດໃຫ້ຫລາຍຂຶ້ນກວ່າເກົ່າ (For Greater Economic Integration and Connectivity)” ໂດຍການເປັນປະທານຂອງສົມເດັດ ເຕໂຊ ຮຸນ ເຊັນ ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກກໍາປູເຈຍ, ເຊິ່ງບັນດາຜູ້ນໍາໄດ້ຕີລາຄາຄືນການຮ່ວມມືໃນໄລຍະຜ່ານມາ, ໂດຍສະ
ເພາະບັນດາຂໍ້ຄົງຄ້າງທີ່ຕ້ອງສືບຕໍ່ຮ່ວມມືກັນແກ້ໄຂ ແລະ ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ, ໃນນີ້ໄດ້ຮັບຮອງເອົາຖະແຫລງການຮ່ວມ ເພື່ອແນໃສ່ສືບຕໍ່ຮັດແຄບຄວາມແຕກໂຕນດ້ານການພັດທະ
ນາລະຫວ່າງປະເທດສະມາຊິກເກົ່າ ແລະ ໃໝ່ຂອງອາຊຽນ. ໃນໂອກາດດັ່ງກ່າວ, ສປປ ລາວໄດ້ຮັບມອບໝາຍເປັນປະທານຂອບການຮ່ວມມື CLMV ໃນໄລຍະ 2 ປີຂ້າງໜ້າ ແລະ ຈະເປັນເຈົ້າ
ພາບກອງປະຊຸມສຸດຍອດ CLMV ຄັ້ງທີ 10 ໃນປີ 2020.
ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ໄດ້ພົບປະສອງຝ່າຍ ກັບທ່ານ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ແລະ ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ແລະ ໄດ້ມີພາເຂົ້າເຊົ້າສະເພາະທ່ານນາຍົກ
ລັດຖະມົນຕີກໍາປູເຈຍ-ລາວ-ຫວຽດນາມ ເພື່ອສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍຄຽງຄູ່ກັບການຮ່ວມມືໃນຂອບອະນຸພາກພື້ນ ແລະ ພາກພື້ນໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ນອກນີ້, ໄດ້ມີງານວາງສະແດງຮູບພາບໃນຮູບແບບ LED ທີ່ສະທ້ອນໃຫ້ເຫັນບັນດາທ່າແຮງ, ຈຸດພິເສດ ແລະ ກາລະໂອກາດ ຂອງແຕ່ລະປະເທດສະມາຊິກ ແອັກແມັກ ແລະ ໄດ້ມີການຈັດພາເຂົ້າທ່ຽງລະຫວ່າງຜູ້ນໍາແອັກແມັກ ແລະ ບັນດາຜູ້ບໍລິຫານຂັ້ນສູງຂອງບັນດາບໍລິສັດໃຫຍ່ໃນປະເທດແອັກແມັກ ແລະ ປະເທດຄູ່ຮ່ວມພັດທະນາ ເພື່ອສົ່ງເສີມການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ໃຫ້ນັບມື້ມີບົດບາດຫລາຍຂຶ້ນກວ່າເກົ່າໃນການປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງເສດຖະກິດພາກພື້ນ.
ສຳລັບກອງປະຊຸມເພື່ອກະຕຸ້ນພາກທຸລະກິດຂອງພາກເອກະຊົນຂອງບັນດາປະເທດສະມາຊີກແອັກແມັກໃດ້ໄຂຂຶ້ນແຕ່ວັນທີ 15 ມີຖຸນາກ່ອນໜ້ານີ້, ພາຍໃຕ້ຫົວຂໍ້ Connecting our Future: Enhancing ACMECS Cooperation and Integration ເຊິ່ງກອງປະຊຸມໄດ້ຍົກໃຫ້ເຫັນບັນດາສິ່ງທ້າທາຍຕ່າງໆຂອງບັນດາປະເທດສະມາຊິກ, ເຊິ່ງມີຄວາມຕ້ອງການເງີນຫລວງລາຍໃນລົງທືນໃສ່ພື້ນໂຄງລ່າງ ແລະ ສີ່ງອຳນວຍຄວາມສະດວກຕ່າງໆ. ຈາກນັ້ນທ່ານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລີດ ຍັງໄດ້ໃຫ້ກຽດສໍາພາດຕໍ່ສໍານັກຂ່າວ ພີບີເອັສ ຂອງໄທ ກ່ຽວກັບການພົວພັນຮ່ວມມືທາງດ້ານການຄ້າ ແລະ ການລົງທຶນໃນກອບການຮ່ວມມືຂອງບັນດາປະເທດສະມາຊີກ ແອກແມັກດ້ວຍກັນ ແລະ ລະຫວ່າງລາວ-ໄທ, ການສົ່ງເສີມການລົງທຶນຈາກໄທ ແລະ ການພັດທະນາເຂດເສດຖະກິດພິເສດຢູ່ ສປປ ລາວ.