ແຕ່ງຕັ້ງຄະນະບໍລິຫານເປຕັງ ນວ ຊຸດໃໝ່
ທ້າຍອາທິດຜ່ານມາ, ທີ່ສະໂມສອນເປຕັງ ເພັດເປຕັງ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ (ນວ) ໄດ້ມີພີທີແຕ່ງຕັ້ງຄະນະບໍລິຫານງານສະຫະພັນກິລາເປຕັງ (ນ.ວ) ຊຸດໃໝ່ຢ່າງເປັນທາງການ ເພື່ອກຽມຄວາມພ້ອມນຳທີມນັກກິລາເປຕັງນະຄອນຫລວງວຽງຈັນເຂົ້າຮ່ວມລ່າຫລຽນຄຳ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງເກມ ທີ່ແຂວງຊຽງຂວາງເປັນເຈົ້າພາບ ລະຫວ່າງວັນທີ 11-21 ພະຈິກນີ້.
ທ່ານ ຄຳເກີດ ຟອງສານຸວົງ ປະທານສະຫະພັນເປຕັງ ນະຄອນຫລວງວຽງຈັນຄົນໃໝ່ ກ່າວວ່າ: ເພື່ອເປັນການຈັດຕັ້ງປະຕິບັດເຮັດໃຫ້ຈຸດປະສົງເປົ້າໝາຍຂອງຄະນະນຳຂັ້ນເທິງໄດ້ຮັບຜົນສຳເລັດຕາມຄວາມມຸ້ງຫວັງ ຂໍໃຫ້ເຊື່ອໝັ້ນວ່າ ຄະນະບໍລິຫານງານຊຸດໃໝ່ພວກເຮົາຈະພ້ອມກັນຕັ້ງໜ້າເອົາໃຈໃສ່ຢ່າງສຸດຂີດ ໂດຍຮ່ວມກັນວາງແຜນການພັດທະນາຢ່າງຮອບດ້ານ, ໃນນັ້ນ ຈະປັບປຸງກົງຈັກການຈັດຕັ້ງພາຍໃນສະຫະພັນຊຸດນີ້ໃຫ້ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ພ້ອມທັງຈະສົ່ງເສີມການພັດທະນາວົງການເປຕັງນະຄອນຫຼວງວຽງຈັນໃຫ້ມີການເຄື່ອນໄຫວ ແລະ ແລກປ່ຽນບົດຮຽນກັນຢ່າງເປັນປຶກແຜ່ນ, ເອົາໃຈໃສ່ສ້າງນັກກິລາຮຸ່ນເຍົາວະຊົນເປັນຫລັກ ພ້ອມທັງສ້າງຄົນຮຸ່ນໃໝ່ທີ່ມີສີມືດີກ້າວຂຶ້ນມາທົດແທນນັກກິລາຮຸ່ນອ້າຍໃຫ້ໄດ້ຫລາຍທີ່ສຸດ, ທັງນີ້ເພື່ອກຽມຄວາມພ້ອມສົ່ງນັກກິລາຜູ້ດີເດັ່ນເຂົ້າຮ່ວມລ່າຫລຽນຄຳໃນການແຂ່ງຂັນເປຕັງທົ່ວປະເທດ ຊີງຂັນພະນະທ່ານນາຍົກລັດຖະມົນຕີແຫ່ງສປປ ລາວ ແລະ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງເປັນເຈົ້າພາບ.
ສຳລັບຄະນະບໍລິຫານງານສະຫະພັນເປຕັງນະຄອນຫຼວງວຽງຈັນຊຸດໃໝ່ນີ້ ປະກອບມີ: ທ່ານ ຄຳເກີດ ຟອງສານຸວົງ ເປັນປະທານ, ທ່ານ ບົວເພັດ ບຸນເລີດ ເປັນຮອງປະທານ. ນອກຈາກນັ້ນ ຍັງມີຄະນະ 2 ທ່ານ, ຄູເຝິກ 2 ທ່ານ ແລະ ຄະນະຄູເຝິກອີກ 3 ທ່ານ.