ສະຖິຕິຜູ້ລີ້ໄພທົ່ວໂລກ ເພີ່ມຂຶ້ນເກືອບ 70 ລ້ານຄົນ


ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານຂ້າຫລວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດ (UNHCR) ອອກລາຍງານປະຈຳປີ ເນື່ອງໃນ“ວັນຜູ້ລີ້ໄພໂລກ” ເຊິ່ງກົງກັບວັນທີ 20 ມິຖຸນາ ຂອງທຸກປີ ກ່ຽວກັບສະຖານະການການລີ້ໄພທົ່ວໂລກໃນປີຜ່ານມາວ່າ: ສະຖິຕິການເປັນຜູ້ລີ້ໄພ, ສະແຫວງຫາສະຖານະຜູ້ລີ້ໄພ ຫລື ບໍ່ມີບ່ອນຢູ່ອາໄສພາຍໃນປະເທດຂອງຕົນເອງ ເນື່ອງຈາກສົງຄາມ, ຄວາມຮຸນແຮງ ແລະ ການກົດຂີ່ຂູດຮີດໃນປີຜ່ານມາມີເຖິງ 68,5 ລ້ານຄົນ ເພີ່ມຂຶ້ນເກືອບ 3 ລ້ານຄົນຈາກສະຖິຕິໃນປີ 2016 ແລະ ໝາຍຄວາມວ່າໃນປະຊາກອນໂລກທຸກ 110 ຄົນ ຈະມີ 1 ຄົນຢູ່ໃນສະຖານະຜູ້ລີ້ໄພ.
Tens of millions have been forced to flee their homes. This is where they come from.
Read our report: https://t.co/alidwwXFYt pic.twitter.com/7kWCXFnRJU
— UNHCR, the UN Refugee Agency (@Refugees) June 19, 2018
ທັງນີ້, ຊີຣີຍັງຄອງອັນດັບ 1 ຂອງປະເທດທີ່ປະຊາກອນຢູ່ໃນສະຖານະຜູ້ລີ້ໄພ ໂດຍສະຖິຕິໃນປີຜ່ານມາມີຫລາຍກວ່າ 6,3 ລ້ານຄົນ ຄິດເປັນອັດຕາສ່ວນສູງເຖິງ 1 ໃນ 3 ຂອງປະຊາກອນຜູ້ລີ້ໄພ ເຊິ່ງຢູ່ພາຍໃຕ້ການເບິ່ງແຍງຂອງ UNHCR ແລະ ເພີ່ມຂຶ້ນປະມານ 800.000 ຄົນ ຈາກສະຖິຕິໃນປີ 2016, ແຕ່ສະຖິຕິດັ່ງກ່າວເປັນຄົນລະສ່ວນກັບຊາວຊີຣີອີກ 6,2 ລ້ານຄົນ ເຊິ່ງຄົງຄ້າງຢູ່ຕາມສະໜາມຮົບ ຫລື ບໍ່ມີບ່ອນຢູ່ອາໄສຢູ່ພາຍໃນປະເທດ, ສ່ວນອັນດັບ 2 ຄືອັບການິດສະຖານ ຈາກສະຖິຕິ 2,6 ລ້ານຄົນ ເພີ່ມຂຶ້ນ 5% ໃນຮອບ 1 ປີຜ່ານມາ.
ເຖິງຢ່າງໃດກໍຕາມ, ປະເທດທີ່ມີອັດຕາສ່ວນການເພີ່ມຂຶ້ນຂອງຜູ້ລີ້ໄພຫລາຍທີ່ສຸດ ຄືຊູດັງໃຕ້ ໂດຍເພີ່ມຂຶ້ນຈາກ 1,4 ລ້ານຄົນໃນໄລຍະຕົ້ນປີຜ່ານມາ ເປັນສູງເຖິງ 2,4 ລ້ານຄົນ ໃນໄລຍະທ້າຍປີດຽວກັນ ສ່ວນຫລາຍລີ້ໄພໄປປະເທດໃກ້ຄຽງເຊັ່ນ: ເກນຢາ, ອູກັນດາ ແລະ ຊູດັງ. ຂະນະທີ່ສະຖິຕິຜູ້ລີ້ໄພຈາກມຽນມາເພີ່ມຂຶ້ນ 2 ເທົ່າໃນປີຜ່ານມາເປັນ 1,2 ລ້ານຄົນ ແນ່ນອນວ່າສ່ວນຫລາຍເປັນຊາວໂຮຣິງຢາໃນລັດຍະໄຂ່ ແລະ ລີ້ໄພໄປບັງກະລາເທດ.