ຈີນສະເໜີໃຫ້ການຊ່ວຍເຫລືອ ທາງທະຫານກຳປູເຈຍ 100 ລ້ານໂດລາ
ໂຄສົກກະຊວງປ້ອງກັນປະເທດກຳປູເຈຍ ເປີດເຜີຍວ່າ: ທ່ານ ເວີ້ຽເຟີ້ງເຮີ ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ທີ່ມາຮ່ວມງານວາງສະແດງການທະຫານ ກຳປູເຈຍ-ຈີນ ລະຫວ່າງວັນທີ 16-20 ມິຖຸນາ ໄດ້ສະເໜີຈະໃຫ້ການຊ່ວຍເຫລືອລ້າຈຳນວນ 100 ລ້ານກວ່າໂດລາສະຫະລັດ ເພື່ອໃຫ້ກຳປູເຈຍນຳໄປໃຊ້ຕາມຄວາມຕ້ອງການ ແລະ ກ່າວວ່າ: ກອງທັບຂອງສອງປະເທດຈະຈັດການຊ້ອມຮົບຮ່ວມ ພາຍໃຕ້ລະຫັດມັງກອນທອງອີກໃນປີໜ້າ ຫລັງຈາກຈັດເທື່ອທຳອິດໃນປີ 2016.
ຈີນ ເຊິ່ງເປັນຜູ້ບໍລິຈາກລາຍໃຫຍ່ທີ່ສຸດຂອງກຳປູເຈຍສະເໜີໃຫ້ການຊ່ວຍເຫລືອດັ່ງກ່າວ, ເຖິງວ່າລັດຖະບານນາຍົກລັດຖະມົນຕີ ຮຸນແຊນ ຖືກອາເມລິກາ, ສະຫະພາບເອີຣົບ ແລະ ຫລາຍປະເທດ ປະນາມເຄື່ອງຂຸມຂັງຫົວໜ້າພັກກູ້ຊາດກຳປູເຈຍ (CNRP) ແລະ ຍຸບພັກນີ້ ນັບແຕ່ປີກ່ອນ. ຂະນະທີ່ ກຳປູເຈຍຈະມີການເລືອກຕັ້ງທົ່ວໄປໃນວັນທີ 29 ກໍລະກົດ. ທ່ານ ຮຸນເຊນ ເຊິ່ງປົກຄອງກຳປູເຈຍມາ 33 ປີ ກ່າວຫາອາເມລິກາວ່າສະໜັບສະໜູນພັກ CNRP ໂຄ່ນລົ້ມທ່ານ ແລະ ໄດ້ຢຸດການຊ້ອມຮົບກັບອາເມລິກາແບບບໍ່ມີກຳນົດ.