ຜູ້ນຳອາເມລິກາຂູ່ຈະເກັບພາສີ ສິນຄ້າຈາກຈີນເພີ່ມອີກ
ປະທານາທິບໍດີ ໂດນັນ ທຣຳ ຂອງອາເມລິກາ ປະກາດໃນວັນທີ 18 ມິຖຸນານີ້ ຂູ່ຈະເກັບພາສີ 10% ຈາກສິນຄ້ານຳເຂົ້າຈາກຈີນ ລວມມູນຄ່າ 200.000 ລ້ານໂດລາສະຫະລັດ ຖ້າລັດຖະບານຈີນຍັງບໍ່ຍອມປະຕິບັດຕາມຄຳຮຽກຮ້ອງຂອງອາເມລິກາ.
Breaking: Trump announces he plans to retaliate against China's retaliation against his $50 billion in tariffs, asking his officials to identify another $200 billion worth of goods to hit with tariffs. pic.twitter.com/oqbY5XTQcS
— Daniel Dale (@ddale8) June 18, 2018
ທ່ານ ທຣຳ ກ່າວໃນຖະແຫລງການວ່າ: ທ່ານໄດ້ຂໍໃຫ້ຜູ້ແທນການຄ້າຂອງອາເມລິກາລະບຸຊະນິດສິນຄ້າຂອງຈີນທີ່ຈະຕ້ອງຖືກເກັບພາສີໃໝ່ໃນຄັ້ງນີ້. ທ່ານກ່າວວ່າ: ມາດຕະການນີ້ນຳມາໃຊ້ເພື່ອຕອບໂຕ້ການຕັດສິນໃຈຂອງຈີນທີ່ເພີ່ມພາສີທີ່ຍອມຮັບບໍ່ໄດ້ກັບສິນຄ້າອາເມລິກາຄິດເປັນມູນຄ່າ 50.000 ລ້ານໂດລາສະຫະລັດ. ທ່ານ ທຣຳ ກ່າວວ່າ: ຫລັງຈາກຂະບວນການທາງກົດໝາຍສຳເລັດສົມບູນ, ການຈັດເກັບພາສີຈະມີຜົນບັງຄັບໃຊ້ ຖ້າຈີນຍັງບໍ່ປ່ຽນແປງແນວທາງປະຕິບັດ ແລະ ເດີນໜ້າໃຊ້ການຈັດເກັບພາສີສິນຄ້າຈາກອາເມລິກາໃນອັດຕາໃໝ່ທີ່ປະກາດໃຊ້ເມື່ອມໍ່ໆນີ້. ທ່ານ ທຣຳ ກ່າວວ່າ: ອາເມລິກາຕ້ອງດຳເນີນມາດຕະການເພື່ອກະຕຸ້ນໃຫ້ຈີນປ່ຽນແປງການປະຕິບັດທີ່ບໍ່ເປັນທຳກັບອາເມລິກາ, ພ້ອມທັງຕ້ອງເປີດຕະຫລາດໃຫ້ສິນຄ້າອາເມລິກາ ແລະ ຍອມຮັບການພົວພັນທາງການຄ້າທີ່ສົມດູນກັບອາເມລິກາ. ໃນອາທິດຜ່ານມາ, ທ່ານ ທຣຳ ປະກາດເກັບພາສີ 25% ຈາກສິນຄ້າທີ່ນຳເຂົ້າຈາກຈີນມູນຄ່າ 50.000 ລ້ານໂດລາສະຫະລັດ ເຮັດໃຫ້ຈີນຕອບໂຕ້ ໂດຍການເກັບພາສີໃນອັດຕາທີ່ເທົ່າກັບສິນຄ້າທີ່ສົ່ງອອກຈາກອາເມລິກາ.