ການສອບເສັງຈົບຊັ້ນ ມ7 ສົກປີ 2017-2018 ທົ່ວປະເທດມີນັກສອບເສັງຫລາຍກວ່າ 66 ພັນຄົນ
ການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ7 ໃນຂອບເຂດທົ່ວປະເທດ ສົກຮຽນ 2017-2018, ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 19 ມິຖຸນາ ນີ້, ທີ່ໂຮງຮຽນມັດທະຍົມສົມບູນສາທິດ, ນະຄອນຫຼວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ນາງ ແສງເດືອນ ຫຼ້າຈັນທະບູນ, ໂດຍມີນັກສອບເສັງທັງໝົດ 66.586 ຄົນ (ຍິງ 31.299 ຄົນ), ແບ່ງເປັນ 285 ສູນ, ມີ 3.210 ຫ້ອງສອບເສັງ. ເຊິ່ງສອບເສັງໃນ 4 ວິຊາ ຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ພູມສາດ ແລະ ຊີວະວິທະຍາ ແລະ ຈະສໍາເລັດລົງໃນວັນທີ 20 ມິຖຸນານີ້.
ສະເພາະການສອບເສັງຈົບຊັ້ນມັດທະຍົມສຶກສາ ຕອນປາຍ (ມ7) ທົ່ວນະຄອນຫຼວງວຽງຈັນ ມີນັກສອບເສັງທັງໝົດ 10.618 ຄົນ (ຍິງ 5.395 ຄົນ) ໃນ 9 ເມືອງ, ຈາກ 91 ໂຮງຮຽນ, ມີກໍາມະການຍາມຫ້ອງເສັງທັງໝົດ 1.107 ຄົນ ແລະ ກໍາມະການກວດບົດ ຈໍານວນ 235 ຄົນ, ແບ່ງເປັນ 22 ສູນ ແລະ ມີ 529 ຫ້ອງສອບເສັງ ຄື: ຈັນທະບູລີ, ສີໂຄດຕະບອງ ແລະ ໄຊເສດຖາ ເມືອງລະ 3 ສູນ, ປາກງື່ມ ແລະ ນາຊາຍທອງ ເມືອງລະ 2 ສູນ, ເມືອງ ໄຊທານີ 6 ສູນ, ສີສັດຕະນາກ, ຫາດຊາຍຟອງ ແລະ ສັງທອງ ເມືອງລະ 1 ສູນ.