ລາວ-ຫວຽດນາມ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ
ໂດຍຕອບສະໜອງຕາມການເຊື້ອເຊີນຂອງສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ໃນວັນທີ 19 ມິຖຸນານີ້, ສະຫາຍນາງ ດັ້ງ ຖິ ຫງ໋ອກ ທິ້ງ ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຮອງປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ, ໄດ້ມາຢ້ຽມຢາມ ສປປ ລາວຢ່າງເປັນທາງການໃນລະຫວ່າງວັນທີ 19-22 ມິຖຸນານີ້, ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ ແລະ ຫວຽດນາມໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
ພິທີຕ້ອນຮັບຢ່າງເປັນທາງການ, ໄດ້ຈັດຂຶ້ນຢູ່ທີ່ທຳນຽບປະທານປະເທດ ໂດຍໄດ້ດຳເນີນໄປດ້ວຍບັນຍາກາດອັນອົບອຸ່ນ, ສະໜິດສະໜົມ ແລະ ສົມກຽດ. ພາຍຫລັງສຳເລັດພິທີຕ້ອນຮັບກໍໄດ້ມີການພົບປະສອງຝ່າຍລະຫວ່າງ ສະຫາຍ ພັນຄໍາ ວິພາວັນ ແລະ ສະຫາຍນາງ ດັ້ງ ຖິ ຫງ໋ອກ ທິ້ງ, ໃນການພົບປະ, ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈເປັນຢ່າງຍິ່ງທີ່ເຫັນວ່າການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ສືບຕໍ່ໄດ້ຮັບການປັບປຸງ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງໄປສູ່ລວງເລິກ ແລະ ລວງກວ້າງ ໃນທຸກຂົງເຂດວຽກງານ ບໍ່ວ່າທາງດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ການຕ່າງປະເທດ ແລະ ດ້ານອື່ນໆ. ສອງຝ່າຍໄດ້ຕີລາຄາສູງຕໍ່ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂອງສອງປະເທດໃນທຸກລະດັບຢ່າງເປັນປົກກະຕິ ເພື່ອຊຸກຍູ້ສົ່ງເສີມສາຍພົວພັນຮ່ວມມືສອງຝ່າຍ, ຮ່ວມກັນປຶກສາຫາລືແກ້ໄຂບັນຫາທີ່ຍັງຄ້າງຄາຢ່າງທັນການ, ເຮັດໃຫ້ຫລາຍໂຄງການຮ່ວມມື-ການລົງທຶນ ທີ່ຍັງຄ້າງຄາສາມາດຈັດຕັ້ງປະຕິບັດໄດ້ຕາມແຜນການ. ພິເສດໃນປີ 2017 ຜ່ານມາ, ສອງປະເທດໄດ້ຮ່ວມກັນຈັດກິດຈະກຳເຄື່ອນໄຫວສະເຫລີມສະຫລອງປີສາມັກຄີມິດຕະພາບຢ່າງເປັນຂະບວນຟົດຟື້ນທີ່ສຸດ, ນັບແຕ່ສູນກາງລົງຮອດທ້ອງຖິ່ນ ເຊິ່ງເຫັນໄດ້ວ່າທຸກກິດຈະກໍາເຄື່ອນໄຫວລ້ວນແຕ່ໄດ້ສ່ອງແສງໃຫ້ເຫັນເຖິງສາຍພົວພັນຮ່ວມມືອັນຍິ່ງໃຫຍ່, ສະເໝີຕົ້ນສະເໝີປາຍ, ບໍລິສຸດ ແລະ ໂປ່ງໃສ ເປັນສາຍພົວພັນທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້. ພ້ອມນີ້, ສອງຝ່າຍກໍເຫັນດີສືບຕໍ່ເອົາໃຈໃສ່ ແລະ ຫາວິທີອັນເໝາະສົມໃນການສຶກສາອົບຮົມມູນເຊື້ອຄວາມສາມັກຄີພິເສດລາວ-ຫວຽດນາມໃນຖັນແຖວພະນັກງານ ແລະ ປະຊາຊົນສອງປະເທດ ເປັນຕົ້ນແມ່ນຊາວໜຸ່ມ-ເຍົາວະຊົນຂອງສອງປະເທດ, ສືບຕໍ່ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນກ່ຽວກັບວຽກງານຊາຍແດນສອງປະເທດໃນການຮັກສາຄວາມສະຫງົບ, ສະກັດກັ້ນການຕ້ານອາດຊະຍາກຳຂ້າມຊາດ, ການຄ້າມະນຸດ, ຂົນສົ່ງຢາເສບຕິດຂ້າມແດນ, ຄ້າຂາຍເຖື່ອນ, ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ ຢູ່ບໍລິເວນຊາຍແດນ, ບໍ່ໃຫ້ຄົນບໍ່ດີມາມ້າງເພຄວາມບໍ່ສະຫງົບສຸກຂອງສອງຊາດ ເພື່ອໃຫ້ຊາຍແດນສອງປະເທດກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ມີການພັດທະນາຢ່າງຮອບດ້ານ ແລະ ຍືນຍົງ, ເອົາໃຈໃສ່ຮ່ວມກັນແກ້ໄຂບັນຫາການຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ການແຕ່ງດອງແບບບໍ່ຖືກຕ້ອງຕາມລະບຽບການຂອງປະຊາຊົນຢູ່ຕາມບໍລິເວນຊາຍແດນຂອງສອງປະເທດຢ່າງຕັ້ງໜ້າ ລວມທັງການຄຸ້ມຄອງແຮງງານເລື່ອນລອຍ ໃຫ້ເປັນໄປຕາມຂໍ້ຕົກລົງທີ່ໄດ້ຮ່ວມລົງນາມນໍາກັນ, ເອົາໃຈໃສ່ຕິດຕາມ, ກວດກາ, ຊຸກຍູ້ບັນດາວິສາຫະກິດຂອງຫວຽດນາມທີ່ລົງທຶນຢູ່ລາວຈັດຕັ້ງຜັນຂະຫຍາຍບັນດາໂຄງການທີ່ໄດ້ຮັບອະນຸຍາດລົງທຶນແລ້ວນັ້ນໃຫ້ທ່ວງທັນຕາມສັນຍາ, ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ ແລະ ມີປະສິດທິຜົນຕົວຈິງ ແລະ ສືບຕໍ່ເອົາໃຈໃສ່ຊຸກຍູ້ໃຫ້ມູນຄ່າການຄ້າລະຫວ່າງສອງປະເທດ ໃຫ້ບັນລຸໄດ້ຕາມເປົ້າໝາຍທີ່ສອງລັດຖະບານໄດ້ຕົກລົງກັນ. ນອກນີ້, ສອງຝ່າຍຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຂອງຕົນໃຫ້ກັນຊາບ, ພ້ອມທັງແລກປ່ຽນຄຳຄິດເຫັນຕໍ່ສະພາບການອັນພົ້ນເດັ່ນຂອງສາກົນ ແລະ ພາກພື້ນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ໃນໂອກາດນີ້, ສະຫາຍ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມທາງການ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງ ສສ. ຫວຽດນາມ ທີ່ນຳໂດຍສະຫາຍນາງ ດັ້ງ ຖິ ຫງ໋ອກ ທິ້ງ ໃນຄັ້ງນີ້, ທີ່ໄດ້ນຳເອົາໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ມາຍັງພັກ-ລັດ ແລະ ປະຊາຊົນລາວ, ພ້ອມທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມແຫ່ງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມອ້າຍນ້ອງທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ມີຄວາມແໜ້ນແຟ້ນຈະເລີນງອກງາມ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ. ພ້ອມນີ້, ສະຫາຍຮອງປະທານປະເທດ ພັນຄຳ ວິພາວັນ ກໍໄດ້ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນດ້ານຕ່າງໆໃນໄລຍະຜ່ານມາ ເຊັ່ນ: ການຊ່ວຍໃຫ້ ສປປ ລາວ ມີຊາຍຝັ່ງທະເລ ໂດຍການໃຫ້ ສປປ ລາວ ສຳປະທານພັດທະນາທ່າເຮືອຫວຸ້ງອ້າງ, ທ່າທຽບເຮືອ 1,2 ແລະ 3, ການຊ່ວຍເຫຼືອໂຄງການກໍ່ສ້າງຫໍສະພາແຫ່ງຊາດຫລັງໃໝ່, ໂຄງການປຸກສ້າງໂຮງຮຽນແຂວງບໍລິຄຳໄຊ ທີ່ເປັນຂອງຂວັນຈາກສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ໋ອງ, ໂຄງການປຸກສ້າງໂຮງຮຽນແຂວງເຊກອງ ທີ່ເປັນຂອງຂວັນຈາກປະທານປະເທດ ເຈີນ ດ໋າຍ ກວາງ, ການໃຫ້ທຶນຊ່ວຍເຫຼືອດ້ານການສຶກສາ ແລະ ການຊ່ວຍເຫຼືອດ້ານອື່ນໆ, ພ້ອມທັງຕີລາຄາສູງຕໍ່ການລົງທຶນຂອງ ສສ. ຫວຽດນາມ ຢູ່ ສປປ ລາວ ທີ່ໄດ້ຊ່ວຍປະກອບສ່ວນອັນໃຫຍ່ຫລວງໃຫ້ແກ່ການຫລຸດຜ່ອນຄວາມທຸກຍາກ ແລະ ການພັດທະນາ ສປປ ລາວ.
ໃນຂະນະດຽວກັນ, ສະຫາຍນາງ ດັ້ງ ຖິ ຫງ໋ອກ ທິ້ງ ກໍໄດ້ສະແດງຄວາມຂອບໃຈມາຍັງພັກ-ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນການຢ້ຽມຢາມ ສປປ ລາວ ຄັ້ງນີ້, ພ້ອມທັງສະແດງຄວາມຍິນດີຈະສືບຕໍ່ເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມອ້າຍນ້ອງໃຫ້ນັບມື້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.