ສະພາຮັບຮອງຮ່າງກົດໝາຍວ່າດ້ວຍ ທະນາຄານແຫ່ງ ສປປ ລາວ ສະບັບປັບປຸງໃໝ່
ຮ່າງກົດໝາຍວ່າດ້ວຍທະນາຄານແຫ່ງ ສປປ ລາວ ສະບັບປັບປຸງໃໝ່, ໄດ້ຖືກຮອງຮັບຈາກສະພາແຫ່ງຊາດແລ້ວໃນວັນທີ 19 ມິຖຸນາ ນີ້, ພາຍຫຼັງທ່ານ ສົມພາວ ໄພສິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຂຶ້ນສະເໜີຮ່າງກົດໝາຍດັ່ງກ່າວ ຕໍ່ກອງປະຊຸມວ່າ: ຮ່າງກົດໝາຍສະບັບນີ້ ປະກອບມີ 10 ພາກ, 7 ໝວດ ແລະ 78 ມາດຕາ, ທຽບກັບກົດໝາຍເກົ່າມີ 13 ໝວດ ແລະ 62 ມາດຕາ. ໂດຍເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງຮ່າງກົດໝາຍສະບັບນີ້ ຍັງມີຫຼາຍເນື້ອໃນບໍ່ແທດເໝາະ, ບໍ່ສາມາດຕອບສະໜອງໄດ້ກັບຄວາມຕ້ອງການໃນໄລຍະໃໝ່ ແລະ ມີບາງວຽກງານຍັງບໍ່ໄດ້ກໍານົດໄວ້ໃນກົດໝາຍ, ດັ່ງນັ້ນ, ຈຶ່ງເຫັນວ່າມີຄວາມຈໍາເປັນຕ້ອງໄປປັບປຸງຄືນໃໝ່ ໂດຍສະເພາະ ປັບປຸງທີ່ຕັ້ງໃຫ້ຊັດເຈນ ໂດຍກໍານົດໃຫ້ຈະແຈ້ງຖານະນິຕິບຸກຄົນຂອງທະນາຄານແຫ່ງ ສປປ ລາວ, ປັບປຸງພາລະບົດບາດຂອງທະນາຄານແຫ່ງ ສປປ ລາວໃຫ້ຊັດເຈນ ແລະ ຄົບຖ້ວນ, ປັບປຸງໂຄງປະກອບການຈັດຕັ້ງທະນາຄານແຫ່ງ ສປປ ລາວໃຫ້ແທດເໝາະກັບທິດທາງການຄຸ້ມຄອງວຽກງານທະນາຄານໄລຍະໃໝ່ ເປັນຕົ້ນແມ່ນປັບປຸງໂຄງປະກອບຂອງສະພາບໍລິຫານ, ເພີ່ມຄະນະກໍາມາທິການຈໍານວນໜຶ່ງຂຶ້ນ ເພື່ອຊ່ວຍສະພາບໍລິຫານໃນການຄົ້ນຄວ້ານະໂຍບາຍສະເພາະດ້ານ ໂດຍສະເພາະຄະນະກໍາມະການນະໂຍບາຍເງິນຕາດ ຄະນະກໍາມະການກວດກາ ແລະ ຄະນະອື່ນໆ ທີ່ເຫັນວ່າຈໍາເປັນ. ນອກນີ້ກໍປັບປຸງເນື້ອໃນຂອງມາດຕາທີ່ຍັງບໍ່ທັນຈະແຈ້ງ ແລະ ສ້າງມາດຕາໃໝ່ ໃນຂົງເຂດວຽກງານວິຊາການທີ່ເຫັນວ່າມີຄວາມຈໍາເປັນຕ້ອງກໍານົດໃນກົດໝາຍ.
ພາຍຫຼັງກົດໝາຍດັ່ງກ່າວໄດ້ຮັບການຮັບຮອງຈະເຮັດໃຫ້ພາລະບົດບາດ, ຂອບເຂດ ແລະ ໜ້າທີ່ຈະແຈ້ງ ແລະ ແທດເໝາະກັບການເຄື່ອນໄຫວຂອງທະນາຄານແຫ່ງ ສປປ ລາວ ໃນໄລຍະໃໝ່, ຊ່ວຍໃຫ້ການແບ່ງໜ້າທີ່ຂອງແຕ່ລະໂຄງປະກອບການຈັດຕັ້ງຂອງທະນາຄານແຫ່ງ ສປປ ລາວ ມີຄວາມຊັດເຈນ ເຮັດໃຫ້ການປະຕິບັດພາລະບົດບາດຂອງທະນາຄານດັ່ງກ່າວ ໃນນາມເປັນເສນາທິການໃຫ້ແກ່ລັດຖະບານມີຄວາມຄ່ອງຕົວ ແລະ ມີປະສິດທິຜົນ.