ສານປະຊາຊົນແຂວງອຸດົມໄຊຕັດສິນຜູ້ຄ້າຢາເສບຕິດຈໍາຄຸກຕະຫລອດຊີວິດ
June 19, 2018 - 6:07 PM
ເມື່ອບໍ່ດົນມານີ້, ສານປະຊາຊົນແຂວງອຸດົມໄຊໄດ້ຕັດສິນລົງໂທດທ້າວ ຕູວ້າ ອາຍຸ 35 ປີຢູ່ບ້ານຫ້ວຍຕອງ, ເມືອງໄຊແຂວງອຸດົມໄຊ ໃຫ້ຈໍາຄຸກຕະຫລອດຊີວິດ, ໃນສະຖານມີຢາເສບຕິດໄວ້ຄອບຄອງ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນໄລຍະເດືອນສິງຫາ 2017 ຜູ້ກ່ຽວໄດ້ຂັບລົດເກັງກັບມາແຕ່ໄຮ່ຢູ່ບ້ານຢ້າວໃຫຍ່ເມືອງໄຊແຂວງອຸດົມໄຊ, ພໍມາຮອດເຂດບ້ານມົກກົກ ຜູ້ກ່ຽວໄດ້ພົບເຫັນແກັດເຈ້ຍໜ່ວຍໜຶ່ງທີ່ມີຢາເສບຕິດ ແລະ ແປ້ງຝຸ່ນຢູ່ໃນແກັດດັ່ງກ່າວ, ຈຶ່ງໄດ້ເອົາໃສ່ລົດມາເຮືອນແລ້ວເອົາໄປເຊື່ອງໄວ້ໃນຫ້ອງນອນ ແຕ່ບໍ່ບອກຄົນໃນຄອບຄົວຮູ້ ແລະ ມາຮອດວັນທີ 24 ຕຸລາ 2017 ເຈົ້າໜ້າທີ່ ໄດ້ເຂົ້າມາກວດຄົ້ນເຮືອນພົບຂອງກາງຢາບ້າ 6.700 ກວ່າເມັດ ແລະ ຝິ່ນຈຳນວນໜຶ່ງ, ຈຶ່ງໄດ້ຢຶດໄວ້ເປັນຫລັກຖານໃນການດໍາເນີນຄະດີ ແລະ ຖືກສານຕັດສີນລົງໂທດດັ່ງກ່າວ.