ກິນໝູກອບໃຫ້ແຊບແບບບໍ່ມີໂທດ
ກ່ອນຈະເປັນໝູກອບຂອງແຕ່ລະຮ້ານນັ້ນ ຕ້ອງຜ່ານຂະບວນການປຸງແຕ່ງຫລາຍຂັ້ນຕອນ ຂຶ້ນກັບສູດຂອງແຕ່ລະບ່ອນ, ແຕ່ແນວໃດຢ່າງໜ້ອຍວັດຖຸດິບຕົ້ນຕໍກໍຈະແມ່ນໝູສາມຊັ້ນ ທີ່ນອກຈາກຈະມີໄຂມັນຫລາຍແລ້ວ ຍັງຕ້ອງເອົາໄປຈືນໃນນຳ້ມັນອີກ ແບບນີ້ຈະບໍ່ໃຫ້ຕຸ້ຍໄດ້ແນວໃດ ?
ນຳ້ມັນທີ່ໃຊ້ຈືນໝູກອບສ່ວນຫລາຍຈະເລືອກໃຊ້ນຳ້ມັນໝູ, ນຳ້ມັນປາມ ທີ່ເຖິງວ່າຈະເໝາະສົມຕໍ່ການປະກອບອາຫານຈືນ, ແຕ່ສານພິດທີ່ເກີດຈາກການຈືນດົນໆ ຈືນຊຳ້ຫລາຍເທື່ອກໍເຮັດໃຫ້ສ່ຽງຕໍ່ການເປັນພະຍາດມະເຮັງໄດ້.
ນອກຈາກນີ້, ຄວາມເຄັມທີ່ມາຈາກການເອືອບ ຫລື ໝັກໝູ ກໍເປັນສາເຫດສຳຄັນຂອງພະຍາດຕ່າງໆອີກຫລາຍ ເຊັ່ນ : ພະຍາດໝາກໄຂ່ຫລັງ ດັ່ງທີ່ຫລາຍຄົນເຂົ້າໃຈວ່າມາຈາກການກິນເຄັມຫລາຍເກີນໄປ, ຄວາມດັນເລືອດສູງ ແລະອື່ນໆ.
ຕໍ່ໄປນີ້ແມ່ນ 15 ພະຍາດທີ່ມາພ້ອມກັບໝູກອບ :
- ຕຸ້ຍ ແລະ ມີພຸງ.
- ກ້າມຊີ້ນຫົວໃຈເຮັດວຽກຜິດປົກກະຕິ.
3. ຄວາມດັນເລືອດສູງ.
- ເບົາຫວານ.
- ພະຍາດໝາກໄຂ່ຫລັງ.
- ສະໝອງເສື່ອມ.
- ຫລອດເລືອດຫົວໃຈ ແລະ ສະໝອງຕີບ.
- ພະຍາດລະບົບການຫາຍໃຈ.
- ພະຍາດມະເຮັງປອດ.
- ມະເຮັງເມັດເລືອດຂາວ.
- ມະເຮັງກະເພາະອາຫານ.
- ມະເຮັງກະດູກ.
- ມະເຮັງຕັບ.
- ມະເຮັງເຕົ້ານົມ.
- ມະເຮັງປາກມົດລູກ.
– ກິນໝູກອບແນວໃດໃຫ້ປອດໄພ ?
ບໍ່ແມ່ນວ່າຈະບໍ່ໃຫ້ກິນໝູກອບເລີຍ ທ່ານຍັງສາມາດກິນໄດ້ ແຕ່ຄວນກິນໃນປະລິມານທີ່ພໍດີພໍງາມ ບໍ່ຫລາຍຈົນເກີນໄປ, ບໍ່ກິນຕະຫລອດ ເຊັ່ນ : ອາທິດລະ 1 – 2 ເທື່ອ, ກິນອາຫານຢ່າງອື່ນຄຽງຄູ່ໄປນຳ ເຊັ່ນ : ຜັກຕ່າງໆ, ທັນຍາພືດທີ່ມີກາກໄຍອາຫານສູງ ແລະ ຜ່ານຂະບວນການປຸງແຕ່ງຈຳພວກຕົ້ມ, ແກງ, ໜຶ້ງ ແທນການຂົ້ວ, ຈືນ ແລະ ສິ່ງສຳຄັນຕ້ອງໝັ່ນອອກກຳລັງກາຍເປັນປະຈຳ ເພື່ອສຸຂະພາບທີ່ດີ ໂດຍໄດ້ກິນອາຫານທີ່ແຊບ, ແຕ່ສຸຂະພາບຍັງແຂງແຮງປອດໄພດີ.