ມີຜູ້ເສຍຊີວິດຈາກການສູບຢາເພີ່ມຂຶ້ນ
ອົງການອະນາໄມໂລກ ຫລື WHO ໄດ້ອອກມາເນັ້ນເຖິງໄພຮ້າຍຂອງຢາສູບ ທີ່ເປັນຕົ້ນຕໍຂອງພະຍາດຮ້າຍທີ່ຄາດບໍ່ເຖິງ ເຊິ່ງນຳໄປສູ່ການເສຍຊີວິດກ່ອນໄວອັນຄວນຂອງຜູ້ຄົນ 3 ລ້ານຄົນທົ່ວໂລກໃນທຸກໆປີ.
ລາຍງານຂອງອົງການອະນາໄມໂລກ ເປີດເຜີຍເນື່ອງໃນວັນງົດສູບຢາໂລກວ່າ : ການສູບຢາຂອງຜູ້ຄົນທົ່ວໂລກຫລຸດລົງຈາກ 27% ໃນປີ 2000 ເຫລືອພຽງ 20% ໃນປິ 2016 ແລະ ທຸກປີມີຜູ້ເສຍຊີວິດຈາກການສູບຢາຫລາຍກ່ວາ7 ລ້ານຄົນ.
ແຕ່ທີ່ໜ້າສົນໃຈຄື ຜູ້ສູບຢາປະມານ 3 ລ້ານຄົນຕໍ່ປີທົ່ວໂລກ ເສຍຊີວິດຈາກພະຍາດທີ່ກ່ຽວຂ້ອງກັບພະຍາດຫົວໃຈ ແລະ ຫລອດເລືອດ ຫລື Cardiovascular ທັງຈາກການສູບຢາໂດຍກົງ ແລະ ການສູບຢາມືສອງ ຫລື ການໄດ້ຮັບຄັວນຢາສູບທາງອ້ອມຈາກຈຳນວນຜູ້ທີ່ເສຍຊີວິດຍ້ອນພະຍາດຫົວໃຈ ແລະ ຫລອດເລືອດ 18 ລ້ານຄົນຕໍ່ປີ.
ເຊິ່ງ ທ່ານ ດັກລາສ ເບດເຊີ ຜູ້ອຳນວຍການຝ່າຍປ້ອງກັນພະຍາດບໍ່ຕິດຕໍ່ຂອງອົງການອະນາໄມໂລກທີ່ບອກວ່າ : ຄົນສ່ວນ ຫລາຍຮູ້ດີວ່າ ການສູບຢາເພີ່ມຄວາມສ່ຽງຂອງພະຍາດມະເຮັງ ແລະ ພະຍາດປອດ.
ແຕ່ຈາກການສຶກສາຄັ້ງຫລ້າສຸດນີ້ພົບວ່າ : ຄົນສ່ວນຫລາຍບໍ່ຮູ້ວ່າການສູບຢາອາດເຮັດໃຫ້ເກີດອາການຫົວໃຈວາຍ ແລະ ເສັ້ນເລືອດໃນສະໝອງແຕກໄດ້ຄືກັນ ສະເພາະຢູ່ຈີນ ຜູ້ສຳຫລວດເຖິງ 73% ບໍ່ເຊື່ອວ່າການສູບຢາເປັນຕົ້ນຕໍຂອງພະຍາດເສັ້ນເລືອດໃນສະໝອງແຕກ ແລະ ອີກ 61% ບໍ່ຮູ້ວ່າຢາສູບເປັນສາເຫດຂອງອາການຫົວໃຈວາຍ.
ທັງນີ້ ຜູ້ອຳນວຍການຝ່າຍປ້ອງກັນພະຍາດບໍ່ຕິດຕໍ່ຂອງອົງການອະນາໄມໂລກ ສະເໜີວ່າ : ຫາກສາມາດເຊົາສູບຢາໄດ້ໃນມື້ນີ້ ກໍຈະເຮັດໃຫ້ຄວາມສ່ຽງຂອງພະຍາດທີ່ກ່ຽວຂ້ອງກັບຫົວໃຈ ແລະ ຫລອດເລືອດຫລຸດລົງໃນເວລາ 15 ປີຂ້າງໜ້າ.