ເຊເນກັລ ທີມດຽວຈາກອາຟຣິກາ ມີໄຊ ໃນບານໂລກນັດທຳອິດ ລົ້ມທີມໃຫຍ່ຈາກເອີຣົບ
June 20, 2018 - 5:50 PM
ເຊເນກັລ ຕົວແທນ 1 ໃນ 5 ຈາກທະວີບອາຟຣິກາ ປາບ ທີມຊາດໂປແລນ 2-1. ເຊເນກັລ ນໍາກ່ອນ 2 ຫນ່ວຍຈາກການສະກັດເຂົ້າປະຕູຕົນເອງຂອງ ເຕຍໂກ້ ໂຊເນັກ ນາທີ 37 ແລະ ເອັມເບ້ນ່ຽງ ນາທີ 60. ໂປແລນ ແກ້ໄດ້ພຽງຫນ່ວຍດຽວຈາກ ຄີໂຊວ້ຽກ ນາທີ 86.
ເຊເນກັລ ສາມາດລົ້ມທີມໃຫຍ່ຈາກເອີຣົບໃນບານໂລກຮອບສຸດທ້າຍ ເປັນທີມທີ 3 ຕໍ່ຈາກຝຣັ່ງ ແລະ ສະວີເດັນ ແລະ ເປັນທີມດຽວຈາກອາຟຣິກາທີ່ມີໄຊນັດທີ 1 ບານໂລກຄັ້ງນີ້, ສ່ວນ ເອຢິບ, ໂມຣັອກໂກ), ໄນຈີເຣຍ ແລະ ຕູນີເຊຍ ເສຍຫມົດ.
ຂະນະທີ່ ເຕຍໂກ້ ໂຊເນັກ ເປັນນັກເຕະຄົນທຳອິດຂອງໂປແລນ ຍິງປະຕູຕົນເອງໃນບານໂລກຮອບສຸດທ້າຍ.
ນັດທີ 2 ຂອງກຸ່ມ H ຈະແຂ່ງຂັນໃນວັນທີ 24 ມິຖຸນານີ້ ຍີ່ປຸ່ນ ພົບກັບ ເຊເນກັລ, ໂປແລນ ພົບກັບ ໂຄລົມເບຍ.