ເລັ່ງຊ່ວຍເຫລືອເຮືອອິນໂດເນເຊຍຂວ້ຳ ອາດມີຜູ້ເສຍຊີວິດເຖິງ 180 ຄົນ
ທາງການອິນໂດເນເຊຍຄາດວ່າ: ຈຳນວນຜູ້ເສຍຊີວິດຈາກເຫດເຮືອໄມ້ນັກທ່ອງທ່ຽວຂວ້ຳໃນທະເລສາບໂຕບານ ໃນວັນທີ 18 ມິຖຸນາ ອາດສູງເຖິງ 180 ຄົນ ຫລາຍກວ່າຄວາມສາມາດບັນທຸກສູງສຸດຂອງເຮືອເຖິງ 3 ເທົ່າ ແລະ ຫລາຍກວ່າການຕີລາຄາກ່ອນໜ້ານີ້ວ່າອາດມີຜູ້ເສຍຊີວິດ 130 ຄົນ.
ນັກດຳນ້ຳ 25 ຄົນ ແລະ ເຮືອໃຕ້ນ້ຳບັງຄັບໄລຍະໄກລຳໜຶ່ງ ກຳລັງຄົ້ນຫາໃນທະເລສາບໂຕບາ ແຫລ່ງທ່ອງທ່ຽວຊື່ດັງຂອງແຂວງສຸມາດຕາເໜືອ. ນັກດຳນ້ຳຄາດວ່າຈະພົບສົບອີກຫລາຍຄ້າງຢູ່ພາຍໃນເຮືອທັນທີທີ່ພົບເຮືອຈົມຢູ່ ໃນຈຸດໃດຂອງທະເລສາບທີ່ກວ້າງເຖິງ 1.145 ຕາກິໂລແມັດ ແລະ ເລິກເຖິງ 450 ແມັດ, ເຖິງວ່າເຮືອໃຕ້ນ້ຳສາມາດເຮັດວຽກໄດ້ໃນຄວາມເລິກສູງສຸດ 380 ແມັດ.
ເຮືອໄມ້ທີ່ບັນທຸກນັກທ່ອງທ່ຽວຢ່າງແອອັດ ຂວ້ຳໃນວັນທີ 18 ມິຖຸນາ ທ່າມກາງຄື້ນລົມແຮງ ມີຜູ້ໄດ້ຮັບການຊ່ວຍເຫລືອທັນທີ 18 ຄົນ ຍັງບໍ່ມີການຢືນຢັນວ່າມີນັກທ່ອງທ່ຽວຕ່າງປະເທດຢູ່ໃນຜູ້ສູນຫາຍ ຫລື ບໍ່. ລັດຖະມົນຕີຄົມມະນາຄົມອິນໂດເນເຊຍ ເປີດເຜີຍວ່າ: ເຈົ້າໜ້າທີ່ສອບສວນຈະກວດສອບວ່າເຮືອມີເສື້ອຊູຊີບ ຫລື ບໍ່ ແລະ ຖ້າມີ ໄດ້ມີການໃຊ້ຕົວຈິງ ຫລື ບໍ່. ເຮືອລຳດັ່ງກ່າວສາມາດບັນທຸກໄດ້ສູງສຸດພຽງ 60 ຄົນ ແຕ່ໃນຂະນະເກີດເຫດມີຄົນແອອັດ ອີກທັງບັນທຸກລົດຈັກຈຳນວນໜຶ່ງນຳອີກ.