ເມືອງລະມາມຫາລືການເຝົ້າລະວັງພະຍາດໄຂ້ຍຸງລາຍ
ກອງປະຊຸມປຶກສາຫາລືກ່ຽວກັບວຽກງານການເຝົ້າລະວັງພະຍາດໄຂ້ຍຸງລາຍຢູ່ ເມືອງລະມາມ ແຂວງເຊກອງ ໄດ້ມີຂຶ້ນໃນ ວັນທີ 19 ມິຖຸນາ ນີ້, ໂດຍການເປັນປະທານ ຂອງທ່ານ ນາງ ຄຳເສັງ ທຸມ ມະວົງສາ ຮອງເຈົ້າເມືອງລະ ມາມ, ຜູ້ຊີ້ນຳຂົງເຂດວັດທະ ນະທຳ-ສັງຄົມເມືອງ, ທ່ານ ດຣ ນາງລຳພັນ ໄຊຄຳມີ ຮອງຫົວໜ້າພະແນກສາທາ ລະນະສຸກແຂວງ, ມີບັນດາຄະ ນະກຳມະການຕ້ານ ແລະ ສະ ກັດກັ້ນໄຂ້ຍຸງລາຍຈາກຫ້ອງ ການອ້ອມຂ້າງ ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມຢ່າງພ້ອມພຽງ.
+ ສາທາເປີດສາຍດ່ວນ 166 ໃຫ້ຄຳປຶກສາພະຍາດໄຂ້ຍຸງ
+ ທົ່ວແຂວງເຊກອງ ພົບໄຂ້ຍຸງລາຍ 57 ກໍລະນີແຕ່ບໍ່ມີຜູ້ເສຍຊີວິດ
ຫົວໜ້າຈຸງານໄຂ້ຍຸງ ເມືອງໄດ້ໃຫ້ຮູ້ວ່າ:ໄລຍະ 6 ເດືອນຕົ້ນປີຜ່ານມາ ໄດ້ເອົາ ໃຈໃສ່ເຝົ້າລະວັງການລະ ບາດຂອງໄຂ້ຍຸງລາຍຢ່າງຕໍ່ ເນື່ອງເປັນຕົ້ນອອກແຈ້ງການໃນການປ້ອງກັນ ແລະ ຄວບ ຄຸມພະຍາດໄຂ້ຍູງລາຍຫາ ພະແນກການຕ່າງໆອ້ອມ ຂ້າງເມືອງ ແລະ ບ້ານ,ລົງ ສຸຂະສຶກສາເຄື່ອນທີ່ຕອບ ໂຕ້ພະຍາດໄຂ້ຍຸງລາຍ, ລົງ ສຳຫຼວດໜອນນໍ້າ ແລະ ລົງ ພົ່ນຢາ ນອກນີ້ ຍັງໄດ້ນຳໃຊ້ ອຸປະກອນຕ່າງໆເຂົ້າໃນ ການເຝົ້າລະວັງ,ໂອກາດນີ້, ທ່ານ ຮອງ ເຈົ້າເມືອງລະມາມ ໄດ້ເນັ້ນ ໃຫ້ ຄະນະກຳມະການຕ້ານ ແລະ ສະກັດກັ້ນໄຂ້ຍຸງລາຍ ຂັ້ນແຂວງ,ເມືອງ ແລະ ພາກ ສ່ວນ ກ່ຽວຂ້ອງ ເອົາໃຈໃສ່ ວຽກງານຕ້ານໄຂ້ຍຸງໃນຕໍ່ ໜ້າໃຫ້ມີປະສິດທິຜົນ, ສ່ວນ ຂັ້ນບ້ານຕ້ອງສະໜອງຂໍ້ມູນຄວາມໜາແໜ້ນຂອງໜອນນໍ້າວ່າມີທ່າອ່ຽງເພີ່ມຂື້ນຫຼື ຫຼຸດລົງໃຫ້ຄະນະກຳມະການຂັ້ນເມືອງເປັນປົກະຕິ ແລະ ສ້າງຂະບວນການອະນາໄມ 3 ສະອາດໃຫ້ໄດ້ຢ່າງໜ້ອຍ ອາທິດລະຄັ້ງ.