ເມືອງນ້ຳບາກຈັດການສອບເສັງຈົບຊັ້ນ ມ. ປາຍ ສົກຮຽນ 2017-2018
ໃນວັນທີ 19 ມິຖຸນານີ້, ຢູ່ໂຮງຮຽນມັດທະຍົມສົມ ບູນນ້ຳຖ້ວມເມືອງນໍ້າບາກ ແຂວງຫວງພະບາງໄດ້ເປີດການສອບເສັງຈົບຊັ້ນ ມ.ປາຍ (ມໍ7) ຂຶ້ນຢ່າງເປັນທາງ ການ,ໂດຍການເປັນປະທານ ຂອງທ່ານ ສົມພອນ ສີອຸດົມ ພັນ ເຈົ້າເມືອງນ້ຳບາກ, ມີຜູ້ ຕາງໜ້າຈາກພະແນກສຶກ ສາທິການ ແລະ ກິລາແຂວງ, ເມືອງ ແລະ ຄູອາຈານເຂົ້າ ຮ່ວມຢ່າງພ້ອມພຽງ.
+ ສຶກສາແຂວງອຸດົມໄຊກຽມສອບເສັງພາກຮຽນທີ 2 ສຳລັບສາຍສາມັນສຶກສາ
+ ແຂວງວຽງຈັນສອບເສັງຄັດເລືອກລັດຖະກອນປະຈຳປີ 2018
ການສອບເສັງ ດັ່ງກ່າວ, ໄດ້ແບ່ງອອກເປັນ 4 ສູນຄື: ສູນສອບເສັງມັດທະຍົມສົມ ບູນນ້ຳບາກມີ 10 ຫ້ອງສອບ ເສັງ, ສູນສອບເສັງໂຮງຮຽນ ສາມັນກິນນອນຊົນເຜົ່ານ້ຳ ບາກມີ 4 ຫ້ອງສອບເສັງ, ສູນສອບເສັງມັດທະຍົມສົມ ບູນນ້ຳຖ້ວມມີ 15 ຫ້ອງ ສອບເສັງ ແລະ ສູນສອບ ເສັງມັດທະຍົມສົມບູນນ້ຳ ງາ ມີ 2 ຫ້ອງສອບເສັງ, ມີ ນັກສອບເສັງທັງໝົດ 645 ຄົນ (ຍິງ 323 ຄົນ) ໃນ 4 ວິຊາຄື: ພາສາລາວ-ວັນນະ ຄະດີ, ຊີວະວິທະຍາ, ຄະນິດ ສາດ ແລະ ພູມສາດ ແລະ ຈະສໍາເລັດໃນວັນທີ 20 ມິຖຸນານີ້.