ວັງສະຫງວນຈະເພີ່ມຄວາມສົມບູນຂອງສັດນ້ຳຢູ່ເຂດສີພັນດອນ
ທ່ານນາງ ອຳພອນ ພົມມະຈັກ ຜູ້ປະສານງານ ອົງການກອງທຶນອານຸຮັກ ທຳມະຊາດໂລກປະຈຳລາວ ຫລື (WWF-Laos) ໄດ້ ໃຫ້ຮູ້ວ່າ: WWF-Laos ຮ່ວມກັບພະແນກກະສິກຳ ແລະ ປ່າໄມ້ແຂວງຈຳປາ ສັກ ໄດ້ສຸມໃສ່ການສ້າງວັງ ສະຫງວນຢູ່ໃນເຂດສີພັນ ດອນໃນບ້ານເປົ້າໝາຍ ຕ່າງໆ ແລະ ພາຍຫລັງສຳ ເລັດການສ້າງວັງສະຫງວນ ແລ້ວ ຈະຊ່ວຍໃຫ້ປາ ແລະ ສັດນ້ຳອື່ນໆ ໄດ້ຮັບການຄຸ້ມ ຄອງ, ປົກປັກຮັກສາ ແລະ ສາມາດອອກແມ່ແພ່ພັນໄດ້ຢ່າງອຸດົມສົມບູນ, ພ້ອມທັງ ຂະຫຍາຍໄປສູ່ເຂດອື່ນໆ, ເຊິ່ງຈະເຮັດໃຫ້ປະຊາຊົນໃນ ຂົງເຂດນີ້ສາມາດຫາປາໄດ້ ແບບຍືນຍົງ.
+ WWF ສະແດງຄວາມຊົມເຊີຍລາວມີຄວາມເຂັ້ມງວດສະກັດກັ້ນການຂາຍສັດປ່າຫວງຫ້າມ
+ ໂຄງການຄຸ້ມຄອງປະມົງຂອງຊຸມຊົນຢູ່ແມ່ນ້ຳຂອງຕອນກາງ
ຜູ້ປະສານງານອົງການ ກອງທຶນດັ່ງກ່າວ ໃຫ້ຮູ້ວ່າ: ໂຄງການໄລຍະ 2 ໄດ້ເລີ່ມ ແຕ່ປີ 2017-2019 ປະກອບ ມີ 20 ບ້ານເປົ້າໝາຍ ຢູ່ເມືອງ ໂຂງ ແລະ ມູນລະປະໂມກ. ປັດຈຸບັນໄດ້ສ້າງສຳເລັດແລ້ວ 7 ວັງສະຫງວນໃນ 7 ບ້ານ, ໃນຂະນະໄລຍະທີ 1 ແຕ່ປີ 2012-2015 ໄດ້ສ້າງສຳ ເລັດແລ້ວທັງໝົດກວ່າ 30 ວັງສະຫງວນຢູ່ໃນ 30 ບ້ານ. ສ່ວນຜົນປະໂຫຍດຕົ້ນຕໍທີ່ ຊຸມຊົນຈະໄດ້ຮັບຈາກໂຄງ ແມ່ນການຄຸ້ມຄອງ ແລະ ຊົມ ໃຊ້ປາ ແລະ ສັດນ້ຳອື່ນໆ ແບບຍືນຍົງຢູ່ເຂດສີພັນ ດອນ, ຈະເຂົ້າໃຈກ່ຽວກັບ ກົດໝາຍວ່າດ້ວຍການປະ ມົງຫລາຍຂຶ້ນ, ໂດຍສະເພາະ ຮູ້ຊະນິດປາທີ່ຫວງຫ້າມ ແລະ ຄຸ້ມຄອງ, ມີວັງສະ ຫງວນໄວ້ສຳລັບແຜ່ພັນ ຂອງຊັບພະຍາກອນສັດນ້ຳ, ສາມາດຫາປາໄດ້ແບບຍືນ ຍົງ ແລະ ສາມາດນຳເອົາ ປາໃນວັງສະຫງວນມາຂາຍເພື່ອແກ້ໄຂຊີວິດການເປັນ ຢູ່ໃນເວລາຈຳເປັນຂອງ ບ້ານນຳອີກ.