ຮອງລັດຖະມົນຕີ ປກສ ລົງຊຸກຍູ້ວຽກງານຄຸ້ມຄອງພົນລະເມືອງຢູ່ເມືອງຫາດຊາຍຟອງ
ເມື່ອບໍ່ດົນມານີ້, ທ່ານ ພົນຕີ ກົງທອງ ພົງວິຈິດ ຮອງ ລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ, ໄດ້ລົງ ຊີ້ນໍາວຽກງານກໍ່ສ້າງຮາກ ຖານການເມືອງຢູ່ ເມືອງຫາດ ຊາຍຟອງນະຄອນຫລວງ ວຽງຈັນ ແລະ ໄດ້ຮັບຟັງລາຍ ງານຈາກທ່ານຫົວໜ້າກອງບັນຊາການ ປກສ ເມືອງດັ່ງ ກ່າວວ່າ: ຜ່ານມາ, ຄະນະ ພັກ-ຄະນະນໍາກອງບັນຊາ ການ ປກສ ເມືອງ ໄດ້ເອົາ ໃຈໃສ່ນຳເອົາມະຕິ, ຄຳສັ່ງ, ນິຕິກຳຕ່າງໆຂອງຂັ້ນເທິງ ລົງໂຄສະນາເຜີຍແຜ່ໃຫ້ ປະຊາຊົນໄດ້ຮັບຮູ້ເຂົ້າໃຈ, ພ້ອມທັງສຶກສາອົບຮົມການ ເມືອງ-ແນວຄິດໃຫ້ພະນັກ ງານ-ນັກຮົບເປັນປົກກະ ຕິ, ເອົາໃຈໃສ່ກວດກາການ ເໜັງຕີງຂອງພົນລະເມືອງ, ເກັບກໍາຄົນພັກເຊົາຊົ່ວຄາວ,ລົງແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນ: ການ ຄ້າຂາຍຢາເສບຕິດ, ລັກ ຊັບ-ຊິງຊັບ ແລະ ອື່ນໆ, ພ້ອມທັງໄດ້ສຸມໃສ່ຈັດສັນຄວາມເປັນລະບຽບຮຽບ ຮ້ອຍຕາມເສັ້ນທາງຫລວງ ແລະ ເຂດທີ່ມີຄວາມແອ ອັດສັບສົນ.
+ ຮອງລັດຖະມົນຕີກະຊວງການເງິນເນັ້ນ 4 ແຂວງພາກກາງເອົາໃຈໃສ່ຈັດຕັ້ງປະຕິບັດແຜນງົບປະມານ 2018 ໃຫ້ບັນລຸຜົນ
+ ຮອງລັດຖະມົນຕີ ປກສ ເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງບໍລິຄຳໄຊ
ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີກະຊວງ ປກສ ໄດ້ຊີ້ນໍາໃຫ້ຄະນະ ພັກ-ຄະນະບັນຊາ, ສືບຕໍ່ ລົງເກັບກຳຂໍ້ມູນເຂົ້າຮ່າງສະຖິຕິທີ່ຍັງບໍ່ທັນສົມບູນ ໃຫ້ສໍາເລັດໂດຍໄວ, ສືບ ຕໍ່ກວດກາຄັດຈ້ອນສັງ ລວມຈຳນວນພົນລະເມືອງທີ່ຍັງບໍ່ໄດ້ຂຶ້ນທະບຽນສຳ ມະໂນຄົວ, ກວດກາຂຶ້ນ ບັນຊີລະອຽດຄົນທີ່ມາພັກ ຊົ່ວຄາວ ໃນແຕ່ລະບ້ານ, ເພີ່ມທະວີການນຳພາປ້ອງ ກັນເວນຍາມຢູ່ແຕ່ລະບ້ານ ແລະ ສຸມໃສ່ການເຄື່ອນໄຫວ ແກ້ໄຂບັນຫາປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນ ແມ່ນຕິດຕາມກຳແໜ້ນບັນ ດາເປົ້າໝາຍເຄື່ອນໄຫວທີ່ບໍ່ຖືກຕ້ອງຕາມລະບຽບກົດ ໝາຍ, ພ້ອມທັງແກ້ໄຂໃຫ້ທັນ ເວລາ, ສືບຕໍ່ເອົາໃຈໃສ່ຫັນລົງ ກໍ່ສ້າງຮາກຖານການເມືອງຕິດພັນກັບວຽກງານສາມ ສ້າງ, ປຸກລະດົມຂົນຂວາຍ ປະຊາຊົນເອົາໃຈໃສ່ປັບປຸງ ແກ້ໄຂຊີວິດການເປັນຢູ່, ຮູ້ຈັກ ທຳມາຫາກິນ-ທໍາການຜະ ລິດ, ປູກຝັງ-ລ້ຽງສັດ, ສ້າງ ເສດຖະກິດຄອບຄົວກຸ້ມຕົນ ເອງ, ເພິ່ງຕົນເອງ, ສ້າງ ຄວາມເຂັ້ມແຂງດ້ວຍຕົນ ເອງ, ມີສະຕິໃນການໄປ- ມາ ເພື່ອປະກອບສ່ວນ ເຂົ້າໃນວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະ ຫງົບ ແລະ ເປັນຫູເປັນຕາ ຊ່ວຍເຈົ້າໜ້າທີ່ໃນການ ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບ ຮ້ອຍຂອງສັງຄົມໃຫ້ດີຂຶ້ນ.