ລາວ-ອາເມລິກາຮ່ວມມືຕ້ານການຟອກເງິນ  

ລາວ-ອາເມລິກາຮ່ວມມືຕ້ານການຟອກເງິນ - Money - ລາວ-ອາເມລິກາຮ່ວມມືຕ້ານການຟອກເງິນ  
ລາວ-ອາເມລິກາຮ່ວມມືຕ້ານການຟອກເງິນ - kitchen vibe - ລາວ-ອາເມລິກາຮ່ວມມືຕ້ານການຟອກເງິນ  

ລັດຖະບານລາວ ແລະ ສະຫະລັດອາເມລິກາ ໄດ້ຮ່ວມກັນຈັດສຳມະນາກ່ຽວກັບວຽກງານຕ້ານການຟອກເງິນ, ຂຶ້ນທີ່ນະຄອນຫລວງພະບາງ ແລະ ນະຄອນປາກເຊ ໃນລະຫວ່າງວັນທີ 13-20 ມິຖຸນານີ້, ເພື່ອຍົກລະດັບຄວາມຮູ້ກ່ຽວກັບເຕັກນິກການສືບສວນ-ສອບສວນ, ການສັ່ງຟອ້ງຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ໂດຍມີເຈົ້າໜ້າທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ 80 ຄົນ.

ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາ ລາວ ໄດ້ກ່າວວ່າ: ຊຸດຝຶກອົບຮົມນີ້, ເພື່ອສ້າງຄວາມເຂັ້ມແຂງໃຫ້ເຈົ້າໜ້າທີ່ປະຕິບັດກົດໝາຍຂອງລາວ ໃນຄວາມພະຍາຍາມພັດທະນາປະເທດໃຫ້ເຂັ້ມແຂງ,  ເພື່ອໃຫ້ ສປປ ລາວ ສາມາດສືບຕໍ່ກ້າວຂຶ້ນມີບົດບາດທີ່ສ້າງສັນ ແລະ ເປັນເຈົ້າການໃນເວທີອາຊຽນ ແລະ ຜູ້ທີ່ໄດ້ຮັບການຝຶກອົບຮົມນີ້ ຈະແມ່ນສ່ວນໜຶ່ງທີ່ສາມາດຮັບປະກັນໄດ້ວ່າ: ປະເທດລາວໄດ້ມີຄວາມພ້ອມ ແລະ ມີລະບົບກົດໝາຍທີ່ເຂັ້ມແຂງ, ພອ້ມທັງມີລະບຽບການ, ມີບຸກຄະລາກອນໃນວຽກງານປະຕິບັດກົດໝາຍ ແລະ ຜູ້ຊ່ຽວຊານດ້ານກົດໝາຍເພື່ອຮັບປະກັນໃຫ້ປະເທດ ແລະ ປະຊາຊົນມີຄວາມປອດໄພ ແລະ  ປາສະຈາກໄພຄຸກຄາມຈາກອາຊະຍາກຳຂ້າມຊາດ.

ລາວ-ອາເມລິກາຮ່ວມມືຕ້ານການຟອກເງິນ - Visit Laos Visit SALANA BOUTIQUE HOTEL - ລາວ-ອາເມລິກາຮ່ວມມືຕ້ານການຟອກເງິນ  

ຊຸດສໍາມະນານີ້, ໄດ້ມີວິທະຍາກອນຈາກອາເມລິກາ 4 ທ່ານທີ່ມີປະສົບການສູງໃນວຽກງານຕ້ານອາສະຍາກຳຂ້າມຊາດ, ໂດຍໄດ້ບັນຍາຍກ່ຽວກັບການສືບສວນ-ສອບສວນ ແລະ ການດໍາເນີນຄະດີການຟອກເງິນ, ພ້ອມທັງອະທິບາຍກ່ຽວກັບສະກຸນເງິນດິຈິຕອນ, ອາຊະຍາກໍາທາງດ້ານກາຫລີ້ນກາຊີໂນ ແລະ ດ້ານການເງິນອຶື່ນໆ ແລະ ບັນດາເຕັກນິກໃນວຽກງານຕ້ານການສໍ້ລາດບັງຫລວງ.

ສະຖານທູດສະຫະລັດອາເມລິກາ ກໍຄືພະແນກຕ້ານຢາເສບຕິດ ແລະ ປະຕິບັດກົດໝາຍໄດ້ຮ່ວມກັບບັນດາສະຖານທູດ ແລະ ອົງການຈັດຕັ້ງສາກົນອື່ນໆ ເຊັ່ນ: ອົງການສະຫະປະຊາຊາດເພ່ືອຕ້ານຢາເສບຕິດ ແລະ ອາດຊະຍາກຳໄດ້ ໃຫ້ການຊວ່ຍເຫລືອລາວໃນຄວາມພຍາຍາມປັບປຸງວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ສປປ ລາວ ກຳລັງຢູ່ຂັ້ນຕອນການປະເມີນຜົນຈາກອົງການຕ້ານການຟອກເງິນສາກົນ, ຊຶ່ງກອງປະຊຸມສຳມະນານີ້, ແມ່ນແນໃສ່ຊວ່ຍເຫລືອສຳນັກງານຂໍ້ມູນຕ້ານການຟອກເງິນ ກໍຄືລັດຖະບານລາວ ເພື່ອກະກຽມຄວາມພ້ອມໃນຂັ້ນຕອນການປະເມີນຜົນທີ່ຈະມີຂຶ້ນໃນປີ 2020 ດັ່ງກ່າວ.

ລາວ-ອາເມລິກາຮ່ວມມືຕ້ານການຟອກເງິນ - 5 - ລາວ-ອາເມລິກາຮ່ວມມືຕ້ານການຟອກເງິນ  
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!