ມອບ-ຮັບສິ່ງເສດເຫລືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ


ໃນວັນທີ 21 ມິຖຸນານີ້, ທີ່ສະໜາມບິນສາກົນນະຄອນປາກເຊ, ໄດ້ຈັດພິທີມອບ-ຮັບສິ່ງເສດເຫລືອຂອງທະຫານອາເມລິກາທີ່ເສຍຊິີວິດໃນປາງສົງຄາມຢູ່ລາວ ຈາກຜົນຂອງການປະຕິບັດງານຮ່ວມລາວ-ອາເມລິກາໃນວຽກງານສຳຫລວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງທະຫານອາເມລິກາໃນປາງສົງຄາມຢູ່ລາວ (MIA) ຄັ້ງທີ 4 ປະຈໍາສົກປີ 2017-2018 ຢູ່ເມືອງບົວລະພາແຂວງຄຳມ່ວນ, ໂດຍມີທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນຳວຽກງານ MIA ເປັນຜູ້ກ່າວມອບ ແລະ ທ່ານນາງ ຣີນາ ບິດເຕິ (Rena Bitter) ເອກອັກຄະລັດຖະທູດແຫ່ງສະຫະລັດອາເມລິກາປະຈຳລາວເປັນຜູ້ກ່າວຮັບ.
ໂດຍສືບຕໍ່ປະຕິບັດນະໂຍບາຍດ້ານມະນຸດສະທຳອັນສະເໝີຕົ້ນສະເໝີປາຍຂອງລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີຕໍ່ຄອບຄົວ ກໍຄືຍາດພີ່ນ້ອງຂອງຜູ້ຫາຍສາບສູນໃນປາງສົງຄາມຢູ່ລາວ ແລະ ອີງຕາມການຮ້ອງຂໍຂອງລັດຖະບານອາເມລິກາໃນການແກ້ໄຂບັນຫາດັ່ງກ່າວ, ໃນໄລຍະຜ່ານມາຈົນເຖິງປັດຈຸບັນການຮ່ວມມືສອງຝ່າຍລາວ-ອາເມລິກາ ໃນວຽກງານສໍາຫລວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວສາມາດຄົ້ນພົບສິ່ງເສດເຫລືອທະຫານອາເມລິກາທີ່ເສຍຊີວິດຢູ່ລາວໄດ້ແລ້ວຈຳນວນ 282 ຄົນ ແລະ ຍັງເຫລືອອີກຈຳນວນ 291 ຄົນ ຈາກຈຳນວນທັງໝົດ 573 ຄົນ, ຊຶ່ງຈະໄດ້ຮ່ວມມືກັນສືບຕໍ່ສໍາຫລວດ ແລະ ຄົ້ນຫາໃນການປະຕິບັດງານຄັ້ງຕໍ່ໄປ.
ເວົ້າລວມແລ້ວ, ຕະຫລອດໄລຍະ 30 ກວ່າປີແຫ່ງການຮ່ວມມືສອງຝ່າຍ ລາວ-ອາເມລິກາ ໃນວຽກງານຊອກຫາຄົນອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ແມ່ນໄດ້ຮັບຜົນສຳເລັດອັນດີເປັນກ້າວໆມາ ກໍຍ້ອນການຮ່ວມມືຢ່າງຈິງໃຈຂອງລັດຖະບານ ກໍຄືເຈົ້າໜ້າທີ່ຂອງລາວທຸກໆຂັ້ນແຕ່ສູນກາງຈົນຮອດທ້ອງຖິ່ນ, ລວມທັງປະຊາຊົນບັນດາເຜົ່າຢູ່ທ້ອງຖິ່ນຕ່າງໆ.