ໂຄງການຜະລິດກະສິກຳເປັນສິນຄ້າຢູ່ລາວໄດ້ຮັບອະນຸມັດຈາກສະພາບໍລິຫານຂອງທະນາຄານໂລກ
ຕາມການລາຍງານຈາກທະນາຄານໂລກ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຊ່ຽວຊານຈາກທະນາຄານໂລກໄດ້ນຳສະເໜີບົດສະຫລຸບລາຍງານການຄົ້ນຄວ້າກ່ຽວກັບສະຖານະ ແລະ ທ່າອ່ຽງໃນການຜະລິດເຂົ້າ ແລະ ພືດຜັກຕ່າງໆ ເປັນສິນຄ້າ ໃນ ສປປ ລາວ, ໃນບົດສະຫລຸບນັ້ນແມ່ນໄດ້ກວມເອົາທັງຕົ້ນທຶນ, ກໍາໄລ ໃນແຕ່ລະຂອດຂອງຕ່ອງໂສ້ການຜະລິດ, ພ້ອມທັງສະເໜີວິທີປັບປຸງການເຊື່ອມໂຍງຂອງຕ່ອງໂສ້ການຜະລິດໃຫ້ດີຂຶ້ນ, ສະເໜີໃຫ້ມີການປັບປຸງສະພາບແວດລ້ອມທາງດ້ານລະບຽບການ ແລະ ມາດຕະການຕ່າງໆທີ່ຕິດພັນ ແລະ ຍົກສູງຄຸນນະພາບຂອງການລົງທຶນພາກລັດ ເພື່ອສ້າງຜົນປະໂຫຍດໃນແກ່ການພັດທະນາຢ່າງເຕັມສ່ວນ.
ບົດລາຍງານການຄົ້ນຄວ້າສະບັບນີ້, ເປັນສ່ວນໜຶ່ງຂອງການປຶກສາຫາລືດ້ານນະໂຍບາຍຕ່າງໆພາຍໃຕ້ໂຄງການພັດທະນາການຄ້າໄລຍະສອງ (Second Trade Development Facility) ທີ່ໄດ້ຮັບທຶນຈາກທະນາຄານໂລກ ແລະ ກອງທຶນຮ່ວມຈາກຄູ່ຮ່ວມຫລາຍຝ່າຍ ເຊັ່ນ: ອົດສະຕາລີ, ສະຫະພາບເອີຣົບ, ເຢຍລະມັນ, ອຽກລັງ ແລະ ສະຫະລັດອາເມລິກາ. ນອກນັ້ນ, ບົດລາຍງານຍັງປະກອບສ່ວນທາງດ້ານເນື້ອໃນໃຫ້ແກ່ໂຄງການຜະລິດກະສິກຳເປັນສິນຄ້າທີ່ຫາກໍໄດ້ຮັບການອະນຸມັດເມື່ອບໍ່ດົນມານີ້, ເພື່ອແນໃສ່ປັບປຸງຕ່ອງໂສ້ການຜະລິດເຂົ້າ, ສາລີ ແລະ ພືດຜັກຕ່າງໆຢູ່ໃນແຂວງເປົ້າໝາຍຂອງລາວ, ໂດຍມີປະຊາຊົນຫລາຍກວ່າ 140 ພັນຄົນຈະໄດ້ຮັບຜົນປະໂຫຍດຈາກການກະຕຸກຊຸກຍູ້ແລະ ສົ່ງເສີມໃຫ້ການຜະລິດເຂົ້າ, ສາລີ ແລະ ຜະລິດຕະພັນກະສິກຳຕ່າງໆ ໃຫ້ມີປະສິດທິພາບ ແລະ ມີກຳໄລຫລາຍຂຶ້ນ, ໂດຍຜ່ານໂຄງການດັ່ງກ່າວ ທີ່ໄດ້ຮັບການອະນຸມັດຈາກສະພາບໍລິຫານຂອງທະນາຄານໂລກໃນເມື່ອບໍ່ດົນນີ້ ລວມມີມູນຄ່າ 25 ລ້ານໂດລາສະຫະລັດ, ໂດຍຈະສະໜັບສະໜູນ 28 ພັນຄອບຄົວກະສິກອນຈາກ 224 ບ້ານເປົ້າໝາຍທີ່ຖືກຄັດເລືອກໃນເຂດຊົນນະບົດເພື່ອເພີ່ມຜົນຜະລິດ, ປັບປຸງຄຸນນະພາບສີນຄ້າ ແລະ ເພີ່ມຜະລິດຕະພາບດ້ານແຮງງານ ແລະ ເພີ່ມຍອດຂາຍຜົນລະປູກ.
ທ່ານ ຮອງລັດຖະມົນຕີກະຊງກະສິກໍາ-ປ່າໄມ້ ພວງປາຣິສັກ ປຣະວົງວຽງຄຳໃຫ້ຮູ້ວ່າ: ການເຮັດໃຫ້ຊາວກະສີິກອນສາມາດເຂົ້າເຖິງແນວພັນພືດທີ່ມີຄຸນນະພາບສູງ, ການນຳໃຊ້ກົນຈັກ ແລະ ຊົນລະປະທານມີເປົ້າໝາຍເພື່ອຫລຸດຕົ້ນທືນການຜະລິດ ແລະ ເຮັດໃຫ້ກະສິກອນໄດ້ຮັບຕອບແທນສູງຂຶ້ນ ແລະ ກະສິກຳມີຄວາມສຳຄັນຕໍ່ປະເທດຂອງພວກເຮົາໃນການສ້າງວຽກເຮັດງານທຳໃຫ້ແກ່ກຳລັງແຮງງານພາຍໃນປະເທດເປັນຈຳນວນຫລາຍ ແລະ ທິດທາງຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII, ສປປ ລາວ ໄດ້ກຳນົດບຸລິມະສິດການເຕີບໂຕທາງເສດຖະກິດແບບສີຂຽວໃນຍຸດທະສາດການພັດທະນາກະສິກຳ ແລະ ປ່າໄມ້ໄລຍະຍາວ ແລະ ສຸມໃສ່ປັບປຸງຄຸນນະພາບຂອງການຜະລິດກະສິກຳ, ອາຫານ ແລະ ຜະລິດຕະພັນທີ່ປອດໄພ, ໂດຍຖືເອົາວິສາຫະກິດຂະໜາດນ້ອຍ ແລະ ກາງ ເປັນໃຈກາງຂັບເຄື່ອນເຮັດໃຫ້ແຜນຍຸດທະສາດປາກົດຜົນເປັນຈິງ ແລະ ໂຄງການນີ້ແມ່ນບາດກ້າວສຳຄັນໃນການຈັດຕັ້ງປະຕິບັດແຜນຍຸດທະສາດດັ່ງກ່າວ.
ທ່ານນາງ ເອແລນ ໂກນສະຕິນ (Ellen Goldstein) ອຳນວຍການທະນາຄານໂລກປະຈຳມຽນມ້າ, ກຳປູເຈຍ ແລະ ລາວ ໃຫ້ຮູ້ວ່າ: ສປປ ລາວ ກຳລັງປັບປຸງຂະແໜງກະສິກຳໃຫ້ມີປະສິດທິຜົນກວ່າເກົ່າ, ໃຫ້ມີກຳໄລ ແລະ ໃນຮູບແບບສີຂຽວ, ບັນດາຄອບຄົວຊາວກະສິກອນ, ທຸລະກິດກະສິກຳ, ຊາວຄ້າຂາຍຍ່ອຍ ແລະ ຜູ້ບໍລິໂພກ ກໍຈະໄດ້ຮັບຜົນປະໂຫຍດຈາກໂຄງການນີ້ເຊັ່ນກັນ, ຊຶ່ງຈະຊ່ວຍປັບປຸງຄຸນນະພາບ, ເຮັດໃຫ້ມີຜະລິດຕະພັນກະສິກຳລາກຫລາຍ ແລະ ມີລາຄາຖືກລົງ. ນອກນີ້, ໂຄງການຍັງປະກອບສ່ວນໃສ່ວິທີການຂອງທະນາຄານໂລກທີ່ກຳນົດເອົາຫລາຍຂະແໜງການເຂົ້າໃນການແກ້ໄຂບັນຫາການຂາດໂພຊະນາການດ້ວຍການເພີ່ມຄວາມຫລາກຫລາຍຂອງອາຫານເພື່ອບໍລິໂພກອາຫານທີ່ມີໂພຊະນາການຫລາຍຂື້ນ. ໂຄງການນີ້, ຈະຈັດຕັ້ງປະຕິບັດຢູ່ແຂວງຄຳມ່ວນ, ບໍລິຄຳໄຊ, ໄຊຍະບູລີ, ແຂວງວຽງຈັນ ແລະ ນະຄອນຫລວງວຽງຈັນ ຈົນຮອດປີ 2024 ແລະ ທະນາຄານໂລກໃຫ້ການສະໜັບສະໜູນລາວ, ໂດຍຜ່ານແຜນການຮ່ວມມືກັບ ສປປ ລາວ ສຳລັບໄລຍະ 2017-2021 ໃນສາມຂົງເຂດວຽກຈຸດສຸມຄື: ການເຕີບໂຕແບບມີສ່ວນຮ່ວມ, ການລົງທຶນໃສ່ຊັບພະຍາກອນມະນຸດ ແລະ ການປົກປັກຮັກສາສິ່ງແວດລ້ອມ.