ກຳແພງພາສີ EU ຕໍ່ສິນຄ້າອາເມລິກາ ມີຜົນບັງຄັບໃຊ້ 22 ມິຖຸນານີ້
ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານນາງ ເຊຊິລີ ມັລສຕຣອມ ກຳມາທິການດ້ານນະໂຍບາຍການຄ້າຂອງສະຫະພາບເອີຣົບ (EU) ກ່າວໃນວັນທີ 20 ມິຖຸນາວ່າ: ມາດຕະການກຳແພງພາສີ 25% ຕໍ່ສິນຄ້າຂອງອາເມລິກາ ທີ່ຄິດເປັນມູນຄ່າປະມານ 2.800 ລ້ານເອີໂຣ ຈະມີຜົນບັງຄັບໃຊ້ແຕ່ວັນທີ 22 ມິຖຸນານີ້ເປັນຕົ້ນໄປ ໄວຂຶ້ນຈາກກຳນົດເກົ່າຄືເດືອນກໍລະກົດນີ້ ເຊິ່ງນາງ ມັລສຕຣອມ ກ່າວວ່າ: ຄະນະກຳມາທິການເອີຣົບ (EC) ເຊິ່ງເປັນອົງການຝ່າຍບໍລິຫານຂອງ EU ມີມະຕິເຫັນພ້ອມມາດຕະການດັ່ງກ່າວຮຽບຮ້ອຍແລ້ວ ເພາະບໍ່ມີທາງເລືອກອື່ນ.
ສຳລັບສິນຄ້າຂອງອາເມລິກາທີ່ຕ້ອງພົບກັບກຳແພງພາສີຂອງ EU ລວມທັງສິນຄ້າກະສິກຳຄື: ແຄນເບີຣີ, ນ້ຳໝາກກ້ຽງ, ເຄື່ອງຄົວ, ເຄື່ອງສຳອາງ, ຢາສູບ ແລະ ຜະລິດຕະພັນເສື້ອຜ້າ ເພື່ອຕອບໂຕ້ມາດຕະການກຳແພງພາສີເຫລັກ ແລະ ອາລູມີນຽມຂອງອາເມລິກາ ໃນອັດຕາ 25% ເຊິ່ງມີຜົນບັງຄັບໃຊ້ກັບ EU, ການາດາ ແລະ ເມັກຊິໂກ ນັບແຕ່ວັນທີ 1 ມິຖຸນາຜ່ານມາ. ທັງນີ້ ປະລິມານເຫລັກທີ່ EU ສົ່ງອອກໄປອາເມລິກາມີປະມານ 5,5 ລ້ານໂຕນ ໃນປີຜ່ານມາ.
ຂະນະທີ່ກຳແພງພາສີ ເຊິ່ງຈະມີຜົນກັບອາເມລິກາເປັນລຳດັບຕໍ່ໄປ ຄືມາດຕະການຂອງການາດາ ໂດຍຈະມີຜົນແຕ່ວັນທີ 1 ກໍລະກົດນີ້ເປັນຕົ້ນໄປ ເຊິ່ງສິນຄ້າຂອງອາເມລິກາທີ່ຕ້ອງຈ່າຍພາສີເພີ່ມ ລວມທັງກາເຟ, ນ້ຳຕານ, ຜະລິດຕະພັນນົມ ແລະ ສິນຄ້າຂະໜາດໃຫຍ່ ຄິດເປັນມູນຄ່າປະມານ 16.600 ລ້ານໂດລາສະຫະລັດ, ສ່ວນມາດຕະການກຳແພງພາສີຂອງເມັກຊິໂກຕໍ່ອາເມລິກາມີຜົນບັງຄັບໃຊ້ແຕ່ຕົ້ນເດືອນນີ້ ຄວບຄຸມສິນຄ້າຫລາຍກວ່າ 40 ລາຍການ ສ່ວນຫລາຍເປັນສິນຄ້າກະສິກຳ. ປັດຈຸບັນ ເມັກຊິໂກເປັນຕະຫລາດສົ່ງອອກຊີ້ນໝູຂະໜາດໃຫຍ່ທີ່ສຸດຂອງອາເມລິກາ ໂດຍປະລິມານການຄ້າສະເພາະໄຕມາດທຳອິດຂອງປີນີ້ສູງເຖິງ 203.656 ໂຕນ ຄິດເປັນມູນຄ່າ 371,3 ລ້ານໂດລາສະຫະລັດ.