ອັງກິດ ເອົາຊະນະ ຕູນີເຊຍ ມີຍອດຜູ້ເຂົ້າເບິ່ງ 21,3 ລ້ານຄົນ
June 21, 2018 - 6:31 PM
ຕາມບີບີຊີລາຍງານວ່າ: ການແຂ່ງຂັນໃນນັດທີ່ທີມຊາດອັງກິດ ເອົາຊະນະ ຕູນີເຊຍ ແບບຫວຸດຫວິດ 2-1 ໃນຕົ້ນອາທິດຜ່ານມາ ເຊິ່ງເປັນໂທລະທັດທີ່ຜູ້ເຂົ້າເບິ່ງຫລາຍທີ່ສຸດໃນການແຂ່ງຂັນບານໂລກ 2018 ມີເຖິງ 21,3 ລ້ານຄົນ.
ໂດຍມີຜູ້ເຂົ້າເບິ່ງຖ່າຍທອດສົດຜ່ານໂທລະທັດ 18,3 ລ້ານຄົນ ທາງຊ່ອງບີບີຊີ ແລະ ມີຜູ້ເຂົ້າເບິ່ງໃນເວັບໄຊ 3 ລ້ານຄົນ. ທັງນີ້ ເກມດັ່ງກ່າວມີຍອດຜູ້ຖ້າເບິ່ງຖ່າຍທອດສົດທຽບເທົ່າກັບພິທີແຕ່ງງານຂອງເຈົ້າຊາຍແຮຣີ ໃນເດືອນຜ່ານມາ.
ສໍາລັບເກມນັດຕໍ່ໄປຂອງ ທີມຊາດອັງກິດ ຈະລົງສະໜາມພົບກັບ ທີມຊາດປານາມາ ໃນວັນທີ 24 ມິຖຸນາ 2018 ເວລາ 19:00 ໂມງ.