5 ເຫດຜົນທີ່ຄວນຍ່າງ 9.900 ກ້າວຕໍ່ມື້
June 22, 2018 - 3:04 PM

ການຍ່າງເປັນການອອກກໍາລັງກາຍທີ່ງ່າຍທີ່ສຸດ ທຸກຄົນສາມາດເຮັດໄດ້ ບໍ່ວ່າຈະຢູ່ໃນໄວໃດກໍສາມາດຍ່າງໄດ້ໂດຍບໍ່ເກີດອາການບາດເຈັບ ຫຼຶ ຜົນຂ້າງຄຽງໃດໆ ພຽງແຕ່ໃຫ້ຖືກວິທີ. ປະໂຫຍດຈາກການຍ່າງນັ້ນມີຫຼວງຫຼາຍ.
- ເມື່ອຍ່າງ 12.000-15.000 ກ້າວຕໍ່ມື້ ຈະຊ່ວຍຄວບຄຸມນໍ້າໜັກໂຕ ເພາະເຮັດໃຫ້ການເຜົາຜານພະລັງງານໃນຮ່າງກາຍເພີ່ມຂຶ້ນ, ນໍ້າໜັກໂຕຈຶ່ງຫຼຸດລົງ ແລະ ເສີມສ້າງຄວາມແຂງແຮງໃຫ້ກະດູກ ແລະ ກ້າມຊີ້ນ.
- ເມື່ອຍ່າງ 9.900-10.000 ກ້າວຕໍ່ມື້ ຫຼື 3 ຄັ້ງຕໍ່ອາທິດ ໃນອັດຕາຄວາມໄວທີ່ເຮັດໃຫ້ຫົວໃຈເຕັມໄວຂຶ້ນ ຈັດເປັນການອອກກໍາລັງກາຍແບບແອໂລບິກ ຊ່ວຍໃຫ້ການເຮັດວຽກຂອງຫົວໃຈ ແລະ ປອດດີຂຶ້ນ ຊຶ່ງອະໄວຍະວະທັງ 2 ນີ້ມີຄວາມສໍາຄັນຕໍ່ເຊວຕ່າງໆ ທຸກສ່ວນຂອງຮ່າງກາຍ ຈໍາເປັນຕ້ອງໄດ້ຮັບເລືອດທີ່ນໍາເອົາອອກຊີເຈນມາຫຼໍ່ລ້ຽງຕະຫຼອດເວລາ ປັດຈຸບັນນີ້ ຍັງບໍ່ມີຢາ ຫຼື ສານອາຫານໃດທີ່ຈະເຮັດໃຫ້ຫົວໃຈ ແລະ ປອດມີຄວາມແຂງແຮງທົນທານໄດ້ເທົ່າການອອກກໍາລັງກາຍ.
- ເມື່ອຍ່າງ 9.900-10.000 ກ້າວຕໍ່ມື້ ຫຼື 70.000 ກ້າວຕໍ່ອາທິດ:
- ຈະຊ່ວຍຄວບຄຸມຄວາມດັນໂລຫິດໄດ້ດີຂຶ້ນໃນຜູ້ທີ່ເປັນໂຣກຄວາມດັນເລືອດສູງ ເມື່ອຮ່າງກາຍແຂງແຮງ ມີນໍ້າໜັກທີ່ສໍາພັນກັບສ່ວນສູງ, ມີການເຜົາຜານພະລັງງານທີ່ດີ ຜົນທີຕາມມາຄືໂອກາດທີ່ຈະເກີດໂຣກຄວາມດັນເລືອດສູງກໍຫຼຸດລົງ ຫຼື ຜູ້ທີ່ເປັນໂຣກຄວາມດັນກໍຈະສາມາດຄວບຄຸມຄວາມດັນໄດ້ດີຂຶ້ນກວ່າຜູ້ທີ່ບໍ່ອອກກໍາລັງກາຍ
- ຈະຊ່ວຍຄວບຄຸມລະດັບນໍ້າຕານໃນເລືອດ ການຍ່າງເຮັດໃຫ້ຄົນປົກກະຕິເປັນເບົາຫວານຍາກຂຶ້ນ ສ່ວນຜູ້ທີ່ເປັນເບົາຫວານຢູ່ແລ້ວ ກໍຈະຊ່ວຍໃຫ້ຄວບຄຸມນໍ້າຕານໄດ້ງ່າຍຂຶ້ນ
- ຈະຊ່ວຍເພີ່ມໄຂມັນດີ ຫຼື HDL ທີ່ເຮັດໜ້າທີເກັບສິ່ງເສດເຫຼືອ ຫຼື ເກັບຄາບໄຂມັນຕາມຜະໜັງເສັ້ນເລືອດໄປຕັບ ແລະ ຂັບອອກມາທາງນໍ້າບີ ດັ່ງນັ້ນຈຶ່ງເປັນການຫຼຸດໄຂມັນໂຕຮ້າຍ ຫຼື LDL ໂດຍໃນຜູ້ທີ່ມີພາວະໄຂມັນສູງອາດຈະບໍ່ຕ້ອງກິນຢາ ຫຼື ໃຊ້ໃນປະລິມານທີ່ຫຼຸດລົງ.