ແຂວງບໍລິຄຳໄຊເອົາໃຈໃສ່ຄຸ້ມຄອງວຽກງານປ້າຍ
ທ່ານ ສຸວັນນີ ໄຊຊະນະ ສະມາຊິກສະພາແຫ່ງຊາດ ເຂດ ເລືອກຕັ້ງທີ 11 ແຂວງ ບໍລິຄຳໄຊ ທັງເປັນປະທານ ສະພາປະຊາຊົນແຂວງ, ໄດ້ ໃຫ້ສຳພາດພາຍຫລັງກອງ ປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດ ທີ VIII ໃນວັນທີ 21 ມິຖຸນາ ຜ່ານມາໄດ້ຮັບຮອງເອົາກົດ ໝາຍວ່າດ້ວຍປ້າຍວ່າ: ໃນ ໄລຍະຜ່ານມາອຳນາດການ ປົກຄອງ ແລະ ພາກສ່ວນ ກ່ຽວຂ້ອງແຂວງໄດ້ ເອົາໃຈ ໃສ່ຄຸ້ມຄອງວຽກງານປ້າຍ ໃຫ້ຖືກຕ້ອງສອດຄ່ອງຕາມ ລະບຽບການຕ່າງໆ ໂດຍ ມອບໃຫ້ຂະແໜງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ເປັນຜູ້ກວດ ກາ,ຕິດຕາມ ແລະ ແກ້ໄຂ ປ້າຍທີ່ຊຸດໂຊມ ຫລື ເປ່ເພ ແລ້ວກໍໄດ້ມີການຍົກອອກ.
+ ສະພາຮັບຮອງຮ່າງກົດໝາຍວ່າດ້ວຍ “ ປ້າຍ ” ສະບັບສ້າງໃໝ່
ສ່ວນປ້າຍໂຄສະນາ ຊວນເຊື່ອ, ໂຄສະນາສິນຄ້າ ຕ່າງໆ ກໍໄດ້ມີມາດຕະການ ແລະວິທີການແນະນຳເພື່ອ ໃຫ້ຢູ່ໃນລະດັບທີ່ພໍເໝາະ ຕາມລະບຽບການ, ຄຽງຄູ່ ກັນນີ້ກໍມີປ້າຍຈຳນວນໜຶ່ງ ທີ່ເຫັນວ່າຂະໜາດ, ສີສັນ, ການນຳໃຊ້ພາສາຜິດລະ ບຽບ ແລະ ບໍ່ຖືກຫລັກໄວຍະ ກອນພາສາລາວ. ສະນັ້ນ, ການຍົກລະດັບຈາກດຳລັດ ມາເປັນກົດໝາຍວ່າດ້ວຍ ປ້າຍໃນຄັ້ງນີ້, ຈຶ່ງເປັນພື້ນ ຖານອ້າງອີງໃຫ້ແກ່ການ ຄຸ້ມຄອງປ້າຍທັງພາກທຸລະ ກິດ, ທັງຜູ້ສ້າງ ແລະ ຜູ້ຊົມ ໃຊ້ປ້າຍ ແລະ ຕະຫລອດເຖິງ ອົງການຂອງພັກ-ລັດທີ່ມີ ໜ້າທີ່ຮັບຜິດຊອບໃນການ ຄຸ້ມຄອງລວມທັງຂອດ ປະສານງານລະຫວ່າງຂະ ແໜງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ກັບຂະແໜງການອື່ນໆ ມີຄວາມສະດວກຫລາຍ ຂຶ້ນ.
ທ່ານ ສຸວັນນີ ໄຊຊະ ນະ ກ່າວວ່າ: ເມື່ອກົດໝາຍ ນີ້ປະກາດໃຊ້ຈະເຮັດໃຫ້ ການຄຸ້ມຄອງລັດ, ຄຸ້ມ ຄອງສັງຄົມ, ໂດຍສະເພາະ ແມ່ນບັນຫາ ການຄຸ້ມຄອງ ປ້າຍ, ການປົກປັກຮັກສາ, ການສ້າງໃໝ່ ຫລື ການ ປະຕິບັດພັນທະຕ່າງໆ ມີຄວາມເປັນເອກະພາບ ກັນ ແລະ ເຮັດໃຫ້ວຽກ ງານປ້າຍເປັນລະບຽບ ຖືກຕ້ອງຫລາຍຂຶ້ນ.