ລາວ​ເຜີຍ​ແຜ່​​ຜົນກອງປະຊຸມ​ການ​ພັດທະນາ​ການ​ສຶກສາກ່ອນ​ໄວ​ຮຽນ

ລາວ​ເຜີຍ​ແຜ່​​ຜົນກອງປະຊຸມ​ການ​ພັດທະນາ​ການ​ສຶກສາກ່ອນ​ໄວ​ຮຽນ - kitchen vibe - ລາວ​ເຜີຍ​ແຜ່​​ຜົນກອງປະຊຸມ​ການ​ພັດທະນາ​ການ​ສຶກສາກ່ອນ​ໄວ​ຮຽນ

ໃນວັນທີ 22 ມິຖຸນານີ້, ກົມ​ການ​ສຶກສາກ່ອນ​ໄວ​ຮຽນກະຊວງ​ສຶກສາ​ທິການ ​ແລະ ກິລາ ​ໄດ້​ຈັດ​ກອງ​ປະຊຸມ​​ເຜີຍ​ແຜ່ນະ​ໂຍບາຍ​ລະດັບ​ພາກ​ພື້ນ​ອາຊີ​-ປາຊີ​ຟິກຄັ້ງ​ທີ 3 ກ່ຽວ​ກັບ​ການ​ສຶກສາ ​ແລະ​ ການ​ດູ​ແລ​ເດັກ​ກ່ອນ​ໄວ​ຮຽນ ​“ການ​ນໍາ​ເອົາ SDG 4.2 ຈາກ​ນະ​ໂຍບາຍ​ສູ່​ການ​ປະຕິບັດ”  ແລະ ກອງ​ປະຊຸມ​ພັດທະນາ​ເດັກກ່ອນ​ໄວ​ຮຽນ​ພາກ​ພື້ນ​ອາຊີ-ປາຊີ​ຟິກປີ 2018 ​ເພື່ອ​ຜັນ​ຂະຫຍາຍ​​ໃຫ້​ຜູ້ທີ່​ຮັບຜິດຊອບວຽກ​ງານການ​ສຶກສາກ່ອນ​ໄວ​ຮຽນໃນລາວນໍາ​ໄປຈັດ​ຕັ້ງ​ປະຕິບັດ​​ໃຫ້​ໄດ້​ຮັບ​ຜົນ​ສໍາ​ເລັດ, ໂດຍ​ການເປັນ​ປະທານ​ຂອງທ່ານ ມີ​ທອງ ສຸ​ວັນ​ວິ​ໄຊ ຫົວໜ້າ​ກົມ​ການ​ສຶກສາກ່ອນ​ໄວ​ຮຽນ ກະຊວງ​ສຶກສາ​ທິການ ​ແລະ ກິລາ, ທ່ານນາງ ຈຸ​ດີ ຟານ​ເຊ​ກາ ຜູ້​ອໍານວຍ​ການ​ອົງການ​ເລີ​ນຂອງອົງການ​ແພຣນສາກົນ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມນໍາດ້ວຍ.

​  ໃນກອງ​ປະຊຸມ​ໄດ້ສະ​ເໜີ​ຍຸ​ດທະ​ສາດການຈັດ​ຕັ້ງ​ປະຕິບັດ​ພາກ​ພື້ນ​ອາຊີ-​ປາຊີ​ຟິກ (ຖະແຫລງການ​ພຸດທະ​ຈະ​ຍາ 2), ສະ​ເໜີ​ຜົນ​ການເຂົ້າ​ຮ່ວມ​ກອງ​ປະຊຸມ ແລະ ສົນທະນາແລກປ່ຽນຄວາມເຫັນກ່ຽວ​ກັບຍຸດ​ທະ​ສາດ​ຈັດ​ຕັ້ງ​ປະຕິບັດ​ພາກ​ພື້ນ​ອາຊີ-​ປາຊີ​ຟິກ ທີ່​ເອົາ​ເຂົ້າ​ໃນ​ແຜນ​ຈັດ​ຕັ້ງ​ປະຕິບັດສໍາລັບລາວ​ໃນ​ບົດ​ລາຍ​ງານ​ພຽງພໍ​ແລ້ວ​ບໍ? ຈະ​ຜັນ​ຂະຫຍາຍ​ແຜນການແນວ​ໃດ, ​ພາກສ່ວນ​ໃດທີ່​ຈະ​ມີ​ທ່າ​​ແຮງຊ່ວຍ​ສະໜັບສະໜູນ ​ແລະ ຜັນ​ຂະຫຍາຍ​ແຜນ​ດັ່ງກ່າວ​ໃຫ້​ບັນລຸ​ຜົນ​ສໍາ​ເລັດໃນຕໍ່ໜ້າ.

ລາວ​ເຜີຍ​ແຜ່​​ຜົນກອງປະຊຸມ​ການ​ພັດທະນາ​ການ​ສຶກສາກ່ອນ​ໄວ​ຮຽນ - Visit Laos Visit SALANA BOUTIQUE HOTEL - ລາວ​ເຜີຍ​ແຜ່​​ຜົນກອງປະຊຸມ​ການ​ພັດທະນາ​ການ​ສຶກສາກ່ອນ​ໄວ​ຮຽນ

ກົມ​ການ​ສຶກສາກ່ອນ​ໄວ​ຮຽນໃຫ້ຮູ້ວ່າ: ກອງ​ປະຊຸມ​ນະ​ໂຍບາຍ​ລະດັບ​ພາກ​ພື້ນ​ອາຊີ​-ປາຊີ​ຟິກຄັ້ງ​ທີ 3 ກ່ຽວ​ກັບ​ການ​ສຶກສາ ​ແລະ​ ການ​ດູ​ແລ​ເດັກ​ກ່ອນ​ໄວ​ຮຽນໄດ້ຈັດຂຶ້ນໃນວັນ​ທີ 5-6 ມິຖຸນາ ​ແລະ ກອງ​ປະຊຸມພັດທະນາ​ເດັກກ່ອນ​ໄວ​ຮຽນ​ພາກ​ພື້ນ​ອາຊີ-ປາຊີ​ຟິກປີ 2018 ແມ່ນໄດ້ຈັດຂຶ້ນໃນວັນ​ທີ 5-7 ມິຖຸນາຜ່ານມານີ້ທີ່​ນະຄອນຫລວງຄັດ​ມັນ​ດູປະ​ເທດ​ເນ​ປານ, ເຊິ່ງມີ​ຜູ້​ຄະນະຜູ້ແທນຈາກ 28 ປະເທດເຂົ້າ​ຮ່ວມ 700 ກວ່າທ່ານທີ່​ມາ​ຈາກ​ພາກ​ພື້ນ​ປາຊີ​ຟິກ, ອາຊີ​ກາງ, ອາຊີ​ໃຕ້, ອາຊີ​ຕາ​ເວັນ​ອອກ-​ຕາ​ເວັນ​ຕົກ ​ແລະ ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​​ເພື່ອ​ໃຫ້​ໂອກາດ​ແກ່​ຜູ້​ສ້າງ​ນະ​ໂຍບາຍ ​ແລະ ຜູ້​ປະຕິບັດ​ເອົາ​ໃຈ​ໃສ່​ວຽກ​ພັດທະ​ນາ​ການ​ສຶກສາກ່ອນ​ໄວ​ຮຽນ ທີ່​ເປັນ​ວາລະ​ຂອງ​ສາກົນ​ນໍາ​ໄປ​ປັບ​ໃຊ້​ໃນ​ປະ​ເທດ​ຂອງ​ຕົນ, ສ້າງຄວາມເຂັ້ມແຂງເພື່ອສະໜັບສະໜູນການພັດທະນາເດັກກ່ອນໄວຮຽນແບບເລັ່ງດ່ວນ ແລະ ຕໍ່ເນື່ອງ, ແລກປ່ຽນຄວາມຮູ້, ວິທີການ ແລະ ການປະຕິບັດນະໂຍບາຍ ແລະ ໂຄງການພັດທະນາເດັກກ່ອນໄວຮຽນ, ໂດຍສະເພາະການຮ່ວມກັບຫລາຍພາກສ່ວນ ແລະ ສາມາດຈັດຕັ້ງປະຕິບັດເພື່ອຂະຫຍາຍໃນວົງກວ້າງ, ສ້າງຄວາມເຂັ້ມແຂງການມີສ່ວນຮ່ວມພັດທະນາເດັກກ່ອນໄວຮຽນລະຫວ່າງຜູ້ມີສ່ວນຮ່ວມທີ່ມີຢູ່ ແລະ ຜູ້ທີ່ມີທ່າແຮງຊ່ວຍໃນດ້ານນີ້.

ລາວ​ເຜີຍ​ແຜ່​​ຜົນກອງປະຊຸມ​ການ​ພັດທະນາ​ການ​ສຶກສາກ່ອນ​ໄວ​ຮຽນ - 4 - ລາວ​ເຜີຍ​ແຜ່​​ຜົນກອງປະຊຸມ​ການ​ພັດທະນາ​ການ​ສຶກສາກ່ອນ​ໄວ​ຮຽນ
ລາວ​ເຜີຍ​ແຜ່​​ຜົນກອງປະຊຸມ​ການ​ພັດທະນາ​ການ​ສຶກສາກ່ອນ​ໄວ​ຮຽນ - 3 - ລາວ​ເຜີຍ​ແຜ່​​ຜົນກອງປະຊຸມ​ການ​ພັດທະນາ​ການ​ສຶກສາກ່ອນ​ໄວ​ຮຽນ
ລາວ​ເຜີຍ​ແຜ່​​ຜົນກອງປະຊຸມ​ການ​ພັດທະນາ​ການ​ສຶກສາກ່ອນ​ໄວ​ຮຽນ - 5 - ລາວ​ເຜີຍ​ແຜ່​​ຜົນກອງປະຊຸມ​ການ​ພັດທະນາ​ການ​ສຶກສາກ່ອນ​ໄວ​ຮຽນ