ເຜີຍແຜ່ຄູ່ມືແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເຈົ້າໜ້າທີ່ປະຕິບັດກົດໝາຍພາກເຫນືອ
ເມື່ອທ້າຍອາທິດຜ່ານມານີ້, ຢູ່ພະແນກກະສິກໍາ ແລະ ປ່າໄມ້ ແຂວງຫລວງພະບາງ, ໄດ້ຈັດເຜີຍແຜ່ປື້ມຄູ່ມືການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໃຫ້ພະນັກງານວິຊາການ ແລະ ເຈົ້າໜ້າທີ່ປະຕິບັດກົດໝາຍພາກເຫນືອຄື: ພະແນກຍຸຕິທຳ, ສານປະຊາຊົນ, ໄອຍະການປະຊາຊົນຈາກແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ ແລະ ໄຊຍະບູລີ. ປຶ້ມຄູ່ມືດັ່ງກ່າວປະກອບດ້ວຍ: ປະຫວັດຄວາມເປັນມາຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຢູ່ ສປປ ລາວ, ຄ່າໃຊ້ຈ່າຍໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດດ້ວຍການໄກ່ເກ່ຍ ແລະ ການຕັດສິນດ້ວຍຄະນະກຳມະ ການ ແລະ ການຈັດຕັ້ງປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສັງລວມແລ້ວການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດແມ່ນການແກ້ໄຂບັນຫາທີ່ບໍ່ຖືກຕ້ອງປອງດອງກັນ, ຂໍ້ຂັດແຍ່ງກັນທາງດ້ານສິດ ແລະ ຜົນປະໂຫຍດຂອງຄູ່ກໍລະນີທີ່ເກີດຂຶ້ນຈາກການລະເມີດສັນຍາ, ການດຳເນີນການຜະລິດ-ທຸລະກິດ ທີ່ພາໃຫ້ເກີດຄວາມເສຍຫາຍແກ່ສິດ ແລະ ຜົນປະໂຫຍດຂອງຄູ່ກໍລະນີຝ່າຍໃດໜຶ່ງ, ຊຶ່ງຄວາມເສຍຫາຍທີ່ໄດ້ເກີດຂຶ້ນອາດພາໃຫ້ເກີດມີການຮ້ອງຟ້ອງ ຫລື ຮ້ອງຂໍ ເພື່ອໃຫ້ມີການພິຈາລະນາແກ້ໄຂໃນຫລາຍຮູບການ ເຊັ່ນ: ການຮ້ອງຟ້ອງທາງແພ່ງ, ການຮ້ອງຂໍໃຫ້ມີການໄກ່ເກ່ຍ ຫລື ຕັດສີນຂອງຄະນະກຳມະການ ແລະ ອື່ນໆ.
ທ່ານ ສົມສັກ ໄຕບຸນລັກ ປະທານສານປະຊາຊົນພາກກາງ, ທັງເປັນຫົວໜ້າກຸ່ມແພ່ງ ແລະ ເສດຖະກິດ ໃຫ້ຮູ້ວ່າ: ການເຜີຍແຜ່ປື້ມຄູ່ມືແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດນີ້, ເພື່ອເຮັດໃຫ້ພະນັກງານຂະແຫນງຍຸຕິທຳ ແລະ ເຈົ້າໜ້າທີ່ປະຕິບັດກົດໝາຍໄດ້ເຂົ້າໃຈເລິກຕື່ມຕໍ່ຂະບວນການດຳເນີນຄະດີແກ້ໄຂຂໍ້ຂັດແຍ່ງດັ່ງກ່າວໃຫ້ມີປະສິດທິຜົນ ແລະ ມີຄວາມຍຸຕິທຳຫລາຍຂຶ້ນ.