ຣັດເຊຍປະຕິບັດການຖະຫລົ່ມ ເຂດກະບົດໃນພາກໃຕ້ຂອງຊີຣີ
ສຳນັກຂ່າວຕ່າງປະເທດລາຍງານວ່າ: ອົງການສັງເກດການດ້ານສິດທິມະນຸດຊີຣີ (SOHR) ລາຍງານວ່າ: ເຮືອບິນຮົບຂອງຣັດເຊຍ 5 ລຳຈາກຖານທັບອາກາດຮາໄມມິນ ແຂວງລາຕາຄີ ທາງຕາເວັນຕົກຂອງຊີຣີ ປະຕິບັດການໂຈມຕີທາງອາກາດ 25 ຄັ້ງ ໃນເຂດບຸສຣາ ອັດຮາຣີ ທາງຕາເວັນອອກສຽງເໜືອຂອງເມືອງດາຣາ ເຊິ່ງເປັນເຂດອິດທິພົນຂອງຝ່າຍກະບົດພຽງບໍ່ເທົ່າໃດແຫ່ງທີ່ເຫລືອຢູ່ໃນພາກຕາເວັນຕົກສຽງໃຕ້ຂອງຊີຣີ ໃນວັນທີ 23 ມິຖຸນາ.
ທັງນີ້, ລາຍງານຂອງ SOHR ບໍ່ໄດ້ໃຫ້ລາຍລະອຽດທີ່ຈະແຈ້ງກ່ຽວກັບເຂດຄວາມເສຍຫາຍ, ແຕ່ລະບຸວ່າເປັນເທື່ອທຳອິດໃນຮອບເກືອບ 1 ປີ ທີ່ກອງທັບຣັດເຊຍປະຕິບັດການທາງທະຫານບໍລິເວນນີ້ ນັບແຕ່ມີຂໍ້ຕົກລົງຢຸດຍິງແບບໄຕພາຄີລະຫວ່າງອາເມລິກາກັບຣັດເຊຍ ແລະ ຊັອກດານີ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານ ແລະ ຝ່າຍກະບົດ ໃນເດືອນກໍລະກົດປີຜ່ານມາ. ເຖິງຢ່າງໃດກໍຕາມ, SOHR ວິເຄາະອີກວ່າ: ປະຕິບັດການໂຈມຕີທາງອາກາດຂອງກອງທັບຣັດເຊຍໃນຄັ້ງນີ້ເປັນການເປີດທາງໃຫ້ແກ່ປະຕິບັດການພາກພື້ນດິນຂອງກອງທັບຣັດເຊຍ ໃນການຍຶດບໍລິເວນດັ່ງກ່າວກັບຄືນຈາກກອງທັບປົດປ່ອຍຊີຣີ (FSA) ທີ່ອ່ອນກຳລັງລົງ. ນອກຈາກນີ້ ພື້ນທີ່ດັ່ງກ່າວຍັງເປັນຈຸດເຊື່ອມຕໍ່ກັບຊາຍແດນຂອງຊັອກດານີ ແລະ ໂກລັນ ເຊິ່ງເປັນພື້ນທີ່ຂັດແຂ່ງລະຫວ່າງຊີຣີກັບອິດສະລາແອນ.