ອາຣັບບີ ຊາອຸດິດ ອະນຸຍາດໃຫ້ ຜູ້ຍິງຂັບລົດເອງໄດ້ແລ້ວ
ຜູ້ຍິງອາຣັບບີ ຊາອຸດິດ ຕ່າງພາກັນອອກມາສະຫລອງຕາມຖະໜົນເສັ້ນຕ່າງໆໃນຕອນຄໍ່າວັນທີ 23 ມິຖຸນາຕາມເວລາທ້ອງຖິ່ນ ເພື່ອສະແດງຄວາມດີໃຈຫລັງທາງການປະກາດອະນຸຍາດໃຫ້ຜູ້ຍິງຂັບລົດໄດ້ເປັນເທື່ອທຳອິດໃນຮອບຫລາຍສິບປີ ນັບແຕ່ວັນທີ 17 ມິຖຸນາ ເຊິ່ງຖືເປັນຄັ້ງປະຫວັດສາດໃນການຂັບເຄື່ອນສູ່ສັງຄົມຍຸກໃໝ່.
ການເຄື່ອນໄຫວດັ່ງກ່າວເປັນໜຶ່ງໃນແນວທາງຂອງເຈົ້າຊາຍໂມຮຳເໝັດ ບິນ ຊັລມານ ມົງກຸດຣາຊະກຸມານແຫ່ງອາຣັບບີ ຊາອຸດິດ ທີ່ຢາກນຳພາປະເທດສູ່ຄວາມທັນສະໄໝ ຫລັງຈາກດຳເນີນນະໂຍບາຍອະນຸລັກນິຍົມຢ່າງເຂັ້ມງວດ ແລະ ເປັນປະເທດດຽວໃນໂລກທີ່ຍັງຫ້າມຜູ້ຍິງຂັບລົດ. ເຖິງຢ່າງໃດກໍຕາມ ນະໂຍບາຍຫລ້າສຸດມີຂຶ້ນໃນໄລຍະດຽວກັບທີ່ມີການປາບປາມນັກເຄື່ອນໄຫວຍິງທີ່ຕໍ່ຕ້ານຄຳສັ່ງຫ້າມຜູ້ຍິງຂັບລົດ. ຜູ້ຍິງອາຣັບບີ ຊາອຸດິດ ທັງຢູ່ນະຄອນຫລວງຣິຍາດ ແລະ ຕາມເມືອງອື່ນໆອອກມາຕາມຖະໜົນເສັ້ນຕ່າງໆດ້ວຍຄວາມດີໃຈ ພາຍຫລັງຮູ້ຂ່າວປະກາດຍົກເລີກຄຳສັ່ງຫ້າມຜູ້ຍິງຂັບລົດໃນຕອນທ່ຽງຄືນ ບາງຄົນເປີດເພງສຽງດັງອອກມາຈາກລົດ, ຄາດວ່າການຍົກເລີກຄຳສັ່ງຫ້າມຜູ້ຍິງຂັບລົດ ເຊິ່ງຖືເປັນການກົດຂີ່ຢ່າງໜຶ່ງ ຈະນຳໄປສູ່ການປ່ຽນແປງຫລາຍຢ່າງສຳລັບຜູ້ຍິງອາຣັບບີ ຊາອຸດິດ ຫລັງຈາກຕ້ອງຈ້າງຄົນຂັບລົດ ຫລື ອາໄສພີ່ນ້ອງຜູ້ຊາຍ ແລະ ຜົວໃນການເດີນທາງມາຕະຫລອດ.