ເມສຊີ ເລີກຫລິ້ນທີມຊາດ ຫລື ບໍ່ ຖ້າບໍ່ໄດ້ແຊ້ມໂລກ
ລິໂອເນລ ເມສຊີ ກອງໜ້າທີມຊາດອາເຈນຕີນາ ປະກາດກ້ອງໂລກຕົນບໍ່ຍອມເລີກຫລິ້ນໃຫ້ ອາເຈນຕີນາ ຖ້າຍັງບໍ່ສາມາດຄວ້າແຊ້ມບານໂລກ, ທັງທີ່ການຫລິ້ນໃນລະດັບສະໂມສອນກັບ ບາເຊໂລນາ ປະສົບຜົນສຳເລັດມະຫາສານ.
ອາເຈນຕີນາ ເຮັດຜົນງານໄດ້ໜ້າຜິດຫວັງ ໃນການແຂ່ງຂັນບານໂລກ 2018 ໃນຮອບແບ່ງກຸ່ມ ໂດຍນັດທຳອິດໄດ້ພຽງສະເໝີ ໄອແລນ ແລະ ເສຍໃຫ້ ໂຄຣເອເຊຍ 0-3 ເຮັດໃຫ້ຕອນນີ້ສະຖານະການຂອງພວກເຂົາອາດຈະຕົກຮອບ ແລະ ໃນນັດສຸດທ້າຍພົບກັບ ໄນຈີເຣຍ ຕ້ອງຊະນະໃຫ້ໄດ້ຫລາຍໆ ຈຶ່ງຈະມີລຸ້ນເຂົ້າໄປຫລິ້ນໃນຮອບ 16 ທີມສຸດທ້າຍ (ເຖິງວ່າຊະນະ ແຕ່ບໍ່ແນ່ຈະໄດ້ເຂົ້າຮອບຖ້າ ໄອແລນ ຊະນະ ໂຄຣເອເຊຍ ຫລາຍປະຕູ).
ເມສຊີ ເປີດໃຈວ່າ: ມັນມີຄວາມໝາຍຫລາຍ ເພາະ ອາເຈນຕີນາ ກັບບານໂລກ ເປັນສິ່ງທີ່ພິເສດ ແລະ ສຳລັບຂ້ອຍກໍເຊັ່ນກັນ, ຂ້ອຍຝັນມາຕະຫລອດວ່າຈະໄດ້ເຫັນຕົນເອງຍົກຂັນບານໂລກ ແລະ ຈາກນັ້ນຈະໄດ້ເຫັນຜູ້ຄົນໃນປະເທດມີຄວາມດີໃຈຮ່ວມກັບຜົນສຳເລັດນີ້.