ຜູ້ນຳຕວກກີຊະນະເລືອກຕັ້ງ ໄດ້ຢູ່ຕໍ່ອີກສະໄໝ


ຄະນະກຳມະການການເລືອກຕັ້ງຕວກກີປະກາດໃຫ້ປະທານາທິບໍດີ ເຣເຈຟ ທາຍຍິບ ແອໂດອານ ຊະນະເລືອກຕັ້ງໄດ້ເປັນປະທານາທິບໍດີສະໄໝທີ 2 ຫລັງຈາກປົກຄອງປະເທດມາແຕ່ 15 ປີກ່ອນ.
ປະທານຄະນະກຳມະການການເລືອກຕັ້ງປະກາດວ່າ: ທ່ານ ແອໂດອານ ມີຄະແນນນຳຄູ່ແຂ່ງອັນດັບສອງຢ່າງເດັດຂາດ ແລະ ໄດ້ຄະແນນເກີນເຄິ່ງ ເຮັດໃຫ້ບໍ່ຕ້ອງມີການເລືອກຕັ້ງຮອບສອງ. ສຳນັກຂ່າວອານາໂດລູຂອງທາງການອ້າງຜົນການນັບຄະແນນໃນວັນທີ 24 ມິຖຸນາ ທີ່ສຳເລັດແລ້ວ 99% ວ່າ: ທ່ານ ແອໂດອານ ພັກຍຸຕິທ ຳແລະ ການພັດທະນາ (AKP) ໄດ້ຄະແນນ 52,5% ເກີນຄູ່ແຂ່ງຈາກພັກປະຊາຊົນສາທາລະນະລັດ (CHP) ທີ່ໄດ້ 31,5%, ສ່ວນພັກສະໜັບສະໜູນຊາວເຄີດໄດ້ພຽງ 8% ແລະ ພັກຊາດນິຍົມໄດ້ 7%. ຖ້າຄະແນນດັ່ງກ່າວໄດ້ຮັບການຢືນຢັນ ທ່ານ ແອໂດອານ ກໍຈະໄດ້ຄະແນນສຽງພຽງພໍ ຫລື ຫລາຍກວ່າຕອນຊະນະເລືອກຕັ້ງປະທານາທິບໍດີສະໄໝທຳອິດໃນປີ 2013 ຫລັງຈາກດຳລົງຕຳແໜ່ງນາຍົກລັດຖະມົນຕີມາແຕ່ປີ 2003-2013.
ປະທານາທິບໍດີ ແອໂດອານ ອາຍຸ 64 ປີ ກ່າວຢູ່ເຮືອນພັກໃນນະຄອນອິສຕັນບູລ ຫລັງຈາກຮູ້ຜົນຢ່າງແນ່ນອນວ່າເປັນຜູ້ຊະນະວ່າ: ໄດ້ຮັບຄວາມໄວ້ວາງໃຈຈາກປະເທດຊາດໃຫ້ປະຕິບັດພາລະກິດ ແລະ ໜ້າທີ່ປະທານາທິບໍດີ ແລະ ກ່າວວ່າ: ຕວກກີໄດ້ໃຫ້ບົດຮຽນປະຊາທິປະໄຕແກ່ຄົນທົ່ວໂລກ.