ອາເມລິກາປະກາດໂຈະການຊ້ອມຮົບ ກັບ ສ ເກົາຫລີ ໂດຍບໍ່ມີກຳນົດ
June 25, 2018 - 4:49 PM
ທ່ານ ເຈມສ໌ ແມທທິສ ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ປະກາດຢຸດການຊ້ອມຮົບກັບ ສ ເກົາຫລີ ໂດຍບໍ່ມີກຳນົດ ເພື່ອສະໜັບສະໜູນຂໍ້ຕົກລົງລະຫວ່າງປະທານາທິບໍດີ ໂດນັນ ທຣຳ ກັບທ່ານ ກິມ ຈ໋ອງອຸນ ຜູ້ນຳ ສປປ ເກົາຫລີ ເຊິ່ງມີຂຶ້ນລະຫວ່າງການພົບປະກັນທີ່ສິງກະໂປ ແລະ ເພື່ອສະໜັບສະໜູນການເຈລະຈາທາງການທູດ ລະຫວ່າງທ່ານ ໄມ ປອມເປໂອ ລັດຖະມົນຕີຕ່າງປະເທດອາເມລິກາ ກັບ ສປປ ເກົາຫລີ ທີ່ຈະມີຂຶ້ນໃນມໍ່ໆນີ້.
ປະທານາທິບໍດີ ທຣຳ ເຄີຍກ່າວວ່າ: ການຊ້ອມຮົບກັບ ສ ເກົາຫລີ ມີຄ່າໃຊ້ຈ່າຍທີ່ສູງ ແລະ ຍັງເປັນການຍົ່ວຍຸ ສປປ ເກົາຫລີ ນຳອີກ.