ເຊກອງລົງກວດກາມາດຖານໝໍ້ນັບໄຟຟ້າ-ນ້ຳປະປາ
ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງເຊ ກອງຮ່ວມກັບລັດວິສາຫະກິດ ໄຟຟ້າ, ນ້ຳປະປາແຂວງ ໄດ້ ລົງກວດກາ, ໝໍ້ນັບກະແສໄຟ ຟ້າ ແລະ ໝໍ້ແທກນ້ຳປະປາ ໃນເຂດເທສະບານແຂວງ, ເພື່ອປະຕິບັດຕາມແຈ້ງການ ຂອງ ລັດຖະມົນຕີກະຊວງວິ ທະຍາສາດ ແລະ ເຕັກໂນໂລຊີ ກ່ຽວກັບການກວດກາດ້ານ ຄຸນນະພາບຂອງວັດສະດຸກໍ່ ສ້າງ, ເຄື່ອງໃຊ້ໄຟຟ້າ ແລະ ສີນຄ້າເອເລັກໂຕຣນິກຕ່າງໆທີ່ນຳໃຊ້ ແລະ ຈໍາໜ່າຍໃນ ປະ ເທດເຮົາ, ເພາະເຫັນວ່າຜະ ລິດຕະພັນ ຫລື ສີນຄ້າປະເພດ ດັ່ງກ່າວສ່ວນຫລາຍແມ່ນ ບໍ່ມີຄຸນະພາບ, ບໍ່ໄດ້ມາດຕະ ຖານ ແລະ ມີການປອມແປງ ຫລາຍທ່ານ ຫົວໜ້າພະແນກ ວິທະຍາສາດ ແລະ ເຕັກໂນ ໂລຊີແຂວງໃຫ້ຮູ້ວ່າ: ການ ລົງຕິດຕາມກວດກາ, ກວດ ທຽບມາດຕະຖານໝໍ້ນັບ ກະແສໄຟຟ້າ ແລະ ໝໍ້ແທກ ນ້ຳປະປາຄັ້ງນີ້ປະກອບມີ 6 ບ້ານຄື: ບ້ານໂນນມີໄຊ, ເພຍ ໃໝ່, ໃໝ່ຫົວເມືອງ, ໂພນຄຳ, ວັດຫຼວງ ແລະ ບ້ານທ່າຫຼວງ ແລະ ສຳນັກງານ- ອົງການ ຂອງລັດ, ເຊິ່ງມີໝໍ້ນັບກະແສ ໄຟຟ້າທັງໝົດ 3.265 ໜ່ວຍ ແລະ ໝໍ້ແທກນ້ຳປະປາ 3.133 ໜ່ວຍ, ໂດຍການ ກວດທຽບຄັ້ງນີ້, ເປັນການ ສຸມກວດ 3% ຂອງຈຳ ນວນໝໍ້ນັບກະແສໄຟຟ້າ ເຊິ່ງຜ່ານການຕິດຕາມ ກວດກາສ່ວນໃຫຍ່ເຫັນ ວ່າ ມີມາດຕະຖານຖືກ ຕ້ອງ ແລະ ມີບາງໜ່ວຍມີ ຫົວໜ່ວຍວັດແທກຄາດ ເຄື່ອນອັນໄດ້ເຮັດໃຫ້ພະນັກ ງານ, ທະຫານ-ຕຳຫຼວດ ຕະຫຼອດປະຊາຊົນບັນ ດາເຜົ່າມີຄວາມເຊື່ອໝັ້ນ ແລະ ໝັ້ນໃຈຕໍ່ການໃຫ້ ບໍລິການຂອງຂະແໜງ ການກ່ຽວຂ້ອງເປັນ ຢ່າງດີ.
+ ສະພາປະຊາຊົນແຂວງຜົ້ງສາລີ ລົງຕິດຕາມກວດກາໂຄງການລົງທຶນຂອງລັດຢູ່ເມືອງຍອດອູ ແລະ ບຸນເໜືອ
+ ພົບການນໍາເຂົ້າສີນຄ້າເຄື່ອງໃຊ້ໄຟຟ້າ-ວັດສະດຸກໍ່ສ້າງບໍ່ໄດ້ມາດຕະຖານໂທແຈ້ງສາຍດ່ວນ 1513