ຍົກລະດັບທັກສະແກ້ໄຂວິກິດການຂໍ້ມູນຂ່າວສານໃຫ້ສື່ມວນຊົນລາວ

ຍົກລະດັບທັກສະແກ້ໄຂວິກິດການຂໍ້ມູນຂ່າວສານໃຫ້ສື່ມວນຊົນລາວ - 36228606 1262767253854015 8322564713091170304 n - ຍົກລະດັບທັກສະແກ້ໄຂວິກິດການຂໍ້ມູນຂ່າວສານໃຫ້ສື່ມວນຊົນລາວ
ຍົກລະດັບທັກສະແກ້ໄຂວິກິດການຂໍ້ມູນຂ່າວສານໃຫ້ສື່ມວນຊົນລາວ - kitchen vibe - ຍົກລະດັບທັກສະແກ້ໄຂວິກິດການຂໍ້ມູນຂ່າວສານໃຫ້ສື່ມວນຊົນລາວ

ໃນວັນທີ 25-29 ມິຖຸນານີ້, ທີ່ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ, ໄດ້ຈັດຝຶກອົບຮົມໃນຫົວຂໍ້: ທັກສະການແກ້ໄຂວິກິດການຂໍ້ມູນຂ່າວສານ ໃຫ້ບັນດາສື່ມວນຊົນຈາກ 17 ແຂວງທົ່ວປະເທດ, ໂດຍການກ່າວເປີດພິທີຂອງທ່ານ ວິໄລທອງ ສີຊານົນ ຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ, ມີທ່ານ ຫງວຽນ ວັນ ຫຽວ ຮອງຫົວໜ້າກົມສື່ມວນຊົນກະຊວງຖະແຫລງຂ່າວ ແລະ ການສື່ສານ ສສ.ຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວິໄລທອງ ສີຊານົນ ກ່າວວ່າ: ຊຸດຝຶກອົບຮົມນີ້, ແມ່ນສືບຕໍ່ຕາມແຜນການຮ່ວມມືລະຫວ່າງສອງສະຖາບັນ ກໍຄືລະຫວ່າງກະຊວງ ຖວທ ຂອງ ສປປ ລາວ ແລະ ກະຊວງຖະແຫລງຂ່າວ ແລະ ການສື່ສານ ຂອງ ຫວຽດນາມ ເພື່ອບຳລຸງຍົກລະດັບໃຫ້ແກ່ພະນັກງານສື່ມວນຊົນລາວ ໃຫ້ມີຄວາມຮູ້ຄວາມສາມາດສູງຂຶ້ນ, ໂດຍສະເພາະໃນດ້ານການແກ້ໄຂຂໍ້ມູນຂ່າວສານໃນວິກິດການເຫດການໃດໜຶ່ງ, ຮູ້ວິເຄາະ-ວິໄຈຂໍ້ມູນ, ຮູ້ຕັດສິນບັນຫາ, ຮູ້ໄຈ້ແຍກເຫດຜົນ, ຮູ້ບັນນາທິການຂໍ້ມູນຂ່າວສານໃຫ້ຖືກຕ້ອງຕາມສະພາບຄວາມເປັນຈິງ ແລະ ສອດຄ່ອງຕາມທິດທາງນະໂຍບາຍຂອງພັກ-ລັດໃນໄລຍະໃໝ່, ທັງແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານສື່ມວນຊົນທີ່ນັບມື້ຂະຫຍາຍຕົວ ແລະ ເຊື່ອມໂຍງສາກົນໄດ້ເປັນຢ່າງດີ, ໂດຍແມ່ນອາຈານຜູ້ຊ່ຽວຊານຈາກ ສສ. ຫວຽດນາມ ເປັນຜູ້ຂຶ້ນບັນຍາຍ ແລະ ແລກປ່ຽນໃຫ້ບົດຮຽນໃນຊຸດອົບຮົມນີ້.

ຍົກລະດັບທັກສະແກ້ໄຂວິກິດການຂໍ້ມູນຂ່າວສານໃຫ້ສື່ມວນຊົນລາວ - Visit Laos Visit SALANA BOUTIQUE HOTEL - ຍົກລະດັບທັກສະແກ້ໄຂວິກິດການຂໍ້ມູນຂ່າວສານໃຫ້ສື່ມວນຊົນລາວ
ຍົກລະດັບທັກສະແກ້ໄຂວິກິດການຂໍ້ມູນຂ່າວສານໃຫ້ສື່ມວນຊົນລາວ - Visit Laos Visit SALANA BOUTIQUE HOTEL - ຍົກລະດັບທັກສະແກ້ໄຂວິກິດການຂໍ້ມູນຂ່າວສານໃຫ້ສື່ມວນຊົນລາວ
ຍົກລະດັບທັກສະແກ້ໄຂວິກິດການຂໍ້ມູນຂ່າວສານໃຫ້ສື່ມວນຊົນລາວ - 3 - ຍົກລະດັບທັກສະແກ້ໄຂວິກິດການຂໍ້ມູນຂ່າວສານໃຫ້ສື່ມວນຊົນລາວ
ຍົກລະດັບທັກສະແກ້ໄຂວິກິດການຂໍ້ມູນຂ່າວສານໃຫ້ສື່ມວນຊົນລາວ - 4 - ຍົກລະດັບທັກສະແກ້ໄຂວິກິດການຂໍ້ມູນຂ່າວສານໃຫ້ສື່ມວນຊົນລາວ
ຍົກລະດັບທັກສະແກ້ໄຂວິກິດການຂໍ້ມູນຂ່າວສານໃຫ້ສື່ມວນຊົນລາວ - 5 - ຍົກລະດັບທັກສະແກ້ໄຂວິກິດການຂໍ້ມູນຂ່າວສານໃຫ້ສື່ມວນຊົນລາວ