EU ຈະລົງໂທດເຈົ້າໜ້າທີ່ມຽນມາ ກໍລະນີລະເມີດສິດທິຊາວໂຣຮິງຢາ
ນັກການທູດ ແລະ ເຈົ້າໜ້າທີ່ຂອງສະຫະພາບເອີຣົບ ຫລື EU ເປີດເຜີຍໃນວັນທີ 25 ມິຖຸນາວ່າ: EU ຈະລົງໂທດເຈົ້າໜ້າທີ່ດ້ານຄວາມໝັ້ນຄົງຂອງມຽນມາ 7 ຄົນ ເຊິ່ງ EU ເຫັນວ່າເປັນຜູ້ຢູ່ເບື້ອງຫລັງການກະທຳຢ່າງເປັນລະບົບໃນການລະເມີດສິດທິມະນຸດຊາວມຸດສະລິມໂຣຮິງຢາ.
ລາຍງານແຈ້ງວ່າ: ເຈົ້າໜ້າທີ່ມຽນມາທັງ 7 ຄົນຈະຖືກອາຍັດຊັບສິນ ແລະ ຫ້າມເດີນທາງໄປສະຫະພາບເອີຣົບ, ຫລັງຈາກກ່ອນໜ້ານີ້ EU ໄດ້ຂະຫຍາຍໄລຍະເວລາການຫ້າມຈັດສົ່ງອາວຸດ ແລະ ຫ້າມຮ່ວມໃນການໃຫ້ການຝຶກອົບຮົມ ຫລື ຮ່ວມມືກັບກອງທັບມຽນມາ. ມາດຕະການລົງໂທດຄັ້ງນີ້ ຖືເປັນການປ່ຽນແປງນະໂຍບາຍທາງການທູດຂອງ EU ເຊິ່ງໂຈະມາດຕະການເຂັ້ມງວດກັບມຽນມາໃນປີ 2012 ເພື່ອສະໜັບສະໜູນກໍລະນີທີ່ມຽນມາປ່ຽນຜ່ານເຂົ້າສູ່ລະບອບການປົກຄອງແບບປະຊາທິປະໄຕ, ແຕ່ຊະຕາກຳຂອງຊາວໂຣຮິງຢາເກືອບ 700.000 ຄົນ ທີ່ຕ້ອງອົບພະຍົບໜີໄພຄວາມຮຸນແຮງໃນລັດຍະໄຂ່ຂອງມຽນມາ ເຮັດໃຫ້ການພົວພັນກັບ EU ບໍ່ລາບລື່ນ. ຂະນະທີ່ ທາງການມຽນມາປະຕິເສດຂໍ້ກ່າວຫາເລື່ອງການລະເມີດສິດທິມະນຸດຊາວໂຣຮິງຢາ.