6 ​ເດືອນ ຢູ່ນະຄອນຫລວງ​ວຽງ ມີ​ຜູ້​ເສ​ຍຊີວິດ 100 ກ່ວາ​ຄົນ ຍ້ອນ​ອຸປະຕິ​ເຫດ

6 ​ເດືອນ ຢູ່ນະຄອນຫລວງ​ວຽງ ມີ​ຜູ້​ເສ​ຍຊີວິດ 100 ກ່ວາ​ຄົນ ຍ້ອນ​ອຸປະຕິ​ເຫດ - 35954960 1869743569751125 7428932553102327808 n - 6 ​ເດືອນ ຢູ່ນະຄອນຫລວງ​ວຽງ ມີ​ຜູ້​ເສ​ຍຊີວິດ 100 ກ່ວາ​ຄົນ ຍ້ອນ​ອຸປະຕິ​ເຫດ
6 ​ເດືອນ ຢູ່ນະຄອນຫລວງ​ວຽງ ມີ​ຜູ້​ເສ​ຍຊີວິດ 100 ກ່ວາ​ຄົນ ຍ້ອນ​ອຸປະຕິ​ເຫດ - kitchen vibe - 6 ​ເດືອນ ຢູ່ນະຄອນຫລວງ​ວຽງ ມີ​ຜູ້​ເສ​ຍຊີວິດ 100 ກ່ວາ​ຄົນ ຍ້ອນ​ອຸປະຕິ​ເຫດ

​ເຈົ້າໜ້າທີ່​ຈະລາຈອນ ນະຄອນຫລວງ​ວຽງຈັນ ​ໃຫ້​ຮູ້​ວ່າ: ​ໃນໄລຍະ 6 ​ເດືອນ​ຕົ້ນ​ປີນີ້, ຢູ່ ນະຄອນຫລວງ​ວຽງຈັນ ມີ​ອຸປະຕິ​ເຫດ​ເກີດ​ຂຶ້ນ 534 ກໍລະນີ, ທຽບ​ໃສ່​ໄລຍະ​ດຽວກັນຂອງ​ປີຜ່ານມາ ​ຫລຸດ​ລົງ 1,18%, ​ແລະ ມີ​ຜູ້​ເສຍ​ຊີວິດ 106 ຄົນ, ຊຶ່ງ​​ເມືອງ​ທີ່​ເກີດ​ອຸປະຕິ​ເຫດ​ຫລາຍ​ກ່ວາ​ຫມູ່​ແມ່ນ ​ຈັນທະ​ບູລີ ​ແລະ ​ ສີ​ໂຄດ​ຕະບອງ, ສາ​ເຫດ​ຂອງ​ການ​ເກີດ​ອຸປະຕິ​ເຫດ​ສ່ວນ​ຫລາຍ​ແມ່ນ​ຜູ້​ຂັບ​ຂີ່​ບໍ່ປະຕິບັດ​ກົດ​ລະບຽບຈະລາ ຈອນ​ເປັນ​ຕົ້ນ​ແມ່ນ ຂັບ​ຂີ່​ລົດ​ໄວ, ດື່ມ​ສິ່ງ​ມຶນ​ເມົາ​ແລ້ວ​ຂັບ​ຂີ່ , ​ໃນ​ນີ້ ​ເຈົ້າໜ້າທີ່​​ໄດ້​ດຳ​​ເນີນ​ຄະດີ​ກ່ວາ 127 ​ເລື່ອງ ​ແລະ ສົ່ງ​ໃຫ້​ໄອ​ຍະ​ການ 78 ​ເລື່ອງ.

​ ທ່ານ ພົນ​ຈັດຕະວາ ຄຳ​ສຸກ ອິນ​ທະ​ວົງ ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ປະທານ​ກຳມາ​ທິການ ປກຊ-ປກສ ​ໃຫ້​ຮູ້​ວ່າ: ບັນຫາ​ອຸປະຕິ​ເຫດ​ຕາມ​ທ້ອງ​ຖະໜົນ ມີ​ລັກສະນະ​ເພີ່ມ​ຂຶ້ນ ຍ້ອນ​ການ​ຈອດ​ລົດ​ຊະຊາຍ​ຕາມ​ບໍລິ​ເວນ​ແຄມ​ທາງ​ເພີ່ມ​ຂຶ້ນ ​ແລະ ສະຖານ​ທີ່​ບໍລິການ​ຈອດ​ລົດ​ຕ່າງໆບໍ່ສາມາດ​ຮອງ​ຮັບ​ໄດ້, ລົດ​ແອ​ອັດຕາ​ມ​ເສັ້ນທາງ​ໃນ​ຕົວ​ເມືອງ​ໃຫຍ່​ໂດຍ​ສະ​ເພາະຊົ່ວ​ໂມງ​ເຂົ້າ​ການ-​ເລີກ​ການ, ສະຖານ​ທີ່​ຊຸມ​ຊົນ, ​ໄປ​ຄຽງຄູ່​ກັນ​ນັ້ນ​ຜູ້​ຂັບ​ຂີ່​ຈຳນວນໜຶ່ງບໍ່ຜ່ານ​ການ​ຮຽນຂັບ​ຂີ່​ຢ່າງ​ເປັນ​ລະບົບ, ບໍ່ທັນ​ຕື່ນ​ຕົວ​ຕໍ່ການ​ເຄົາລົບ ​ແລະ ປະຕິບັດ​ກົດໝາຍຈະລາຈອນ​ທາງບົກ, ມີ​ການ​ເຈດ​ຕະນາ​ລ່ວງ​ລະ​ເມີດ​ລະບຽບການ​ສັນຈອນ​ເຊັ່ນ: ລ່ວງ​ປ້າຍ​ຫ້າມ, ລ່ວງ​ໄຟ​ອຳນາດ, ດື່ມ​ສິ່ງ​ມຶນ​ເມົາ​ຂັບ​ຂີ່​ລົດ​ໃຊ້​ຄວາມ​ໄວ​ເກີນ​ກຳນົດ ​ແລະ ອື່ນໆ. ສະ​ນັ້ນ, ​ເພື່ອ​ແກ້​ໄຂ​ສະພາບ​ອຸປະຕິ​ເຫດ​ຕາມ​ທ້ອງ​ຖະໜົນ ​ໃຫ້​ຫລຸດ​ລົງຄວນ: ​ເລັ່ງແກ້​ໄຂ​ການ​ຈໍລາຈອນ​ແອ​ອັດ, ປັບປຸງ​ກຳລັງ​ຕຳຫລວດ​ຈະລາຈອນ ​ ​ເປັນ​ແບບຢ່າງ​ທີ່​ດີ​ໃນ​ການຈັດ​ຕັ້ງ​ປະຕິບັດ​ກົດ​ລະບຽບຈະລາ ຈອນ​ຢ່າງ​ເຂັ້ມ​ງວດ ​ແລະ ສືບຕໍ່​​ປູກ​ຈິດ​ສຳນຶກ​ໃຫ້​ຄວາມ​ຮູ້, ​ເຂົ້າ​ໃຈ​ແກ່​ນັກຮຽນຕາມ​ໂຮງຮຽນ​ແຫ່ງ​ຕ່າງໆຢ່າງ​ຕໍ່​ເນື່ອງ ​ແລະ ທຸກ​ພາກສ່ວນສັງຄົມ​ຕ້ອງ​ຍົກ​ສູງ​ສະຕິ​ເຄົາລົບ​ກົດ​ລະບຽບ ການ​ສັນຈອນ ​ແລະ ບັງຄັບ​ໃຊ້ມາດ​ຕະການ​ທາງກົດໝາຍຢ່າງ​ເຂັ້ມ​ງວດ​, ໂດຍ​ສະ​ເພາະ ກົດໝາຍ ວ່າ​ດ້ວຍ​ການ​ຄວບ​ຄຸມ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫລົ້າ ​ເຂັ້ມ​ງວດ​ຕື່ມ.

6 ​ເດືອນ ຢູ່ນະຄອນຫລວງ​ວຽງ ມີ​ຜູ້​ເສ​ຍຊີວິດ 100 ກ່ວາ​ຄົນ ຍ້ອນ​ອຸປະຕິ​ເຫດ - Visit Laos Visit SALANA BOUTIQUE HOTEL - 6 ​ເດືອນ ຢູ່ນະຄອນຫລວງ​ວຽງ ມີ​ຜູ້​ເສ​ຍຊີວິດ 100 ກ່ວາ​ຄົນ ຍ້ອນ​ອຸປະຕິ​ເຫດ
6 ​ເດືອນ ຢູ່ນະຄອນຫລວງ​ວຽງ ມີ​ຜູ້​ເສ​ຍຊີວິດ 100 ກ່ວາ​ຄົນ ຍ້ອນ​ອຸປະຕິ​ເຫດ - 5 - 6 ​ເດືອນ ຢູ່ນະຄອນຫລວງ​ວຽງ ມີ​ຜູ້​ເສ​ຍຊີວິດ 100 ກ່ວາ​ຄົນ ຍ້ອນ​ອຸປະຕິ​ເຫດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!