ມອບ-ຮັບໂຄງການກໍ່ສ້າງຂົວນ້ຳລົ້ນ ຢູ່ເມືອງພູຄູນ
ພິທີມອບ-ຮັບໂຄງການກໍ່ສ້າງຂົວນໍ້າລົ້ນບ້ານນໍ້າ ສວນ ແລະ ໂຄງການສ້ອມ ແປງເສັ້ນທາງແຕ່ບ້ານນໍ້າ ສວນ ຫາ ບ້ານສວນໝາກ ເມືອງພູຄູນ ແຂວງຫຼວງ ພະບາງ ໄດ້ຈັດຂຶ້ນໃນວັນ ທີ 26 ມິຖຸນານີ້ ທີ່ໂຮງຮຽນ ປະຖົມສົມບູນບ້ານນໍ້າສວນ ກຸ່ມຜາເກັ່ງ ເມືອງ ພູຄູນ, ໂດຍ ການເປັນປະທານຂອງ ທ່ານ ຄຳພັນ ພະນິນທອງ ຮອງ ເຈົ້າເມືອງພູຄູນ, ມີຜູ້ຕາງ ໜ້າຄະນະປະສານງານໂຄງ ການ ທລຍ ຂັ້ນເມືອງ-ຂັ້ນ ບ້ານ, ພ້ອມດ້ວຍ ບໍລິສັດຜູ້ ຮັບເໝົາກໍ່ສ້າງ ແລະ ປະຊາ ຊົນເຂົ້າຮ່ວມຢ່າງພ້ອມພຽງ.
+ ມອບ-ຮັບໂຄງການກໍ່ສ້າງ ບ້ານຈັດສັນໃຫ້ປະຊາຊົນເມືອງງອຍ
+ ບ້ານມົກຕົ້ນ ກຸ່ມສຳພັນໄຊ ເມືອງຫລາ ແຂວງອຸດົມໄຊ ໄດ້ຂົວຂ້າມນ້ຳແລ້ວ
ສອງໂຄງການດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດມາ ແຕ່ເດືອນມີນາ 2018 ເປັນ ຕົ້ນມາ ໂດຍແມ່ນ ບໍລິສັດ DSL ກໍ່ສ້າງຂົວ- ທາງ ເປັນ ຜູ້ຮັບເໝົາກໍ່ສ້າງໃນມູນຄ່າ 639 ລ້ານກີບ, ໂດຍແມ່ນ ທຶນ ຂອງກອງທຶນຫລຸດຜ່ອນ ຄວາມທຸກຍາກຮອບວຽນ 15 ສົກປີ 2018, ໃນນີ້ ໂຄງການກໍ່ສ້າງຂົວນໍ້າລົ້ນ ເປັນຂົວ ເບຕົງ ເສີມເຫຼັກ ມີລວງຍາວ 24 ແມັດ, ກວ້າງ 2,5 ແມັດມູນຄ່າ 279 ລ້ານກີບ .
ສ່ວນໂຄງການສ້ອມ ແປງເສັ້ນທາງ ແຕ່ບ້ານນໍ້າ ສວນຫາບ້ານສວນໝາກ, ມີໄລຍະທາງຍາວ 6,5 ກິໂລ ແມັດ,ໜ້າວຽກປະກອບມີ: ຂະ ຫຍາຍແລວທາງໃໝ່, ຕັດ ດິນ, ວາງທໍລອດທາງ 15 ຈຸດ, ຫຼັກນິລະໄພ 60 ຕົ້ນ, ລວມມູນຄ່າ 360 ລ້ານ ກີບ,ໃນນີ້ມີທຶນສົມທົບເປັນ ແຮງງານຂອງປະຊາຊົນ ຈຳນວນໜຶ່ງ.
ຮອງເຈົ້າເມືອງ ໄດ້ ກ່າວວ່າ: ຂໍໃຫ້ອຳນາດ ການປົກຄອງ ແລະ ປະຊາ ຊົນແຕ່ລະບ້ານແບ່ງເຂດ ຮັບຜິດຊອບໃນການປົກ ປັກຮັກສາ ເປັນຕົ້ນແມ່ນ ການຖ່າງຫຍ້າແຄມທາງ, ອະນາໄມ ຮ່ອງລະບາຍນໍ້າ ໃນເວລາດິນເຊາະເຈື່ອນ.
ເພື່ອໃຫ້ໄດ້ຊົມໃຊ້ຍາວ ນານ, ສ້າງຄວາມສະດວກ ໃນການສັນຈອນໄປມາ ແລະ ທຳການຜະລິດສິນ ຄ້າຂອງປະຊາຊົນໄດ້ ດີຂຶ້ນ.