ລະດູນາປີມາເຖິງແລ້ວ
ໂດຍ: ກ້ອງສ່ອງ ອິດສະຫລະ
ພາຍຫລັງເກັບກູ້ຜົນຜະ ລິດເຂົ້ານາແຊງແລ້ວ, ກໍ ກ້າວ ເຂົ້າລະດູການເຮັດນາປີ ຂອງ ປະຊາຊົນບັນດາເຜົ່າ. ສຳລັບ ໄລຍະນີ້, ຜູ້ຂຽນຍັງບໍ່ທັນໄດ້ ຂຶ້ນເໜືອລ່ອງໃຕ້ເພື່ອໄປ ເລາະ ຊົມພາບບັນຍາກາດການກະກຽມຜະລິດເຂົ້ານາປີຂອງຜູ້ ເຮັດນາເປັນອາຊີບ, ແຕ່ເຮົາ ກໍໄດ້ຕິດຕາມຂ່າວຄາວໃນແຕ່ລະທ້ອງຖິ່ນທົ່ວປະເທດວ່າ ຝົນປີນີ້ຂ້ອນຂ້າງຕົກດີແຕ່ຫົວປີໃນທຸກທ້ອງຖິ່ນວ່າຊັ້ນ! ຫາກ ເຕັມທີ່ແຕ່ການໄປມາທ່ອງ ທ່ຽວຂ້ອນຂ້າງຫຍຸ້ງຍາກ.
+ ຄຳມ່ວນປັກດຳເຂົ້ານາປີໄດ້ 5.570 ກວ່າເຮັກຕາ
+ ຊາວກະສິກອນເມືອງອາດສະພັງທອງຂຸ້ນຂ້ຽວປັກດຳນາປີ
ເສັ້ນທາງ 13 ເໜືອ ແຖວ ວັງວຽງໄປກາສີຕໍ່ໃສ່ຫລວງພະບາງມີບາງຈຸດແຫລ່ງ ຂ່າວບອກວ່າດິນເຈື່ອນທັບຖົມ ກໍຂໍໃຫ້ຕິດຕາມຂ່າວເປັນປະ ຈຳ, ອັນສຳຄັນກວ່າໝູ່ ຈະໄປ ມາທາງໃດກໍຂໍໃຫ້ຕິດຕາມ ຂ່າວຄາວຈາກອຸຕຸນິຍົມ ຈຶ່ງ ຮັບປະກັນຄວາມປອດໄພໃນການໄປມາ.
ສຳລັບທິດຜ່ານມາ,ໄລ ຍະວັນທີ 21-26 ມິຖຸນາ ຝົນ ຕົກໜັກຢູ່ບັນດາແຂວງພາກ ເໜືອເຊັ່ນ: ຫລວງພະບາງ, ອຸ ດົມໄຊ ແລະ ຜົ້ງສາລີ ແຫລ່ງ ຂ່າວບອກວ່າສາຍນ້ຳອູຂຶ້ນ ສູງກວ່າປົກກະຕິ, ຂະແໜງ ການກ່ຽວຂ້ອງກໍໄດ້ບອກ ເຕືອນໃຫ້ປະຊາຊົນຢູ່ແຖວ ລຽບແຄມນ້ຳອູຈົ່ງມີສະຕິ ກຽມພ້ອມ, ໂດຍສະເພາະ ແມ່ນປະຊາຊົນເຂດເມືອງ ຂວາ.
ເມື່ອເອີ່ຍເຖິງ ການຜະ ລິດເຂົ້າ, ອີງຕາມແຜນຍຸດ ທະ ສາດໃນການພັດທະນາເສດ ຖະກິດ-ສັງຄົມຂອງປະເທດ, ລັດຖະບານເຮົາໄດ້ກຳນົດ ເອົາພາກກາງ ແລະ ພາກໃຕ້ ເປັນຕົວຫລັກຍ້ອນວ່າ ບັນ ດາແຂວງເຫລົ່ານີ້ເປັນເຂດ ທົ່ງພຽງ, ມີທົ່ງຮາບອັນກວ້າງ ໃຫຍ່ໄພສານ ເປັນຕົ້ນ: ນັບແຕ່ ແຂວງວຽງຈັນ, ນະຄອນ ຫລວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊ ກອງ ແລະ ອັດຕະປື.
ສະເພາະການຜະລິດ ເຂົ້າ ນາແຊງໃນ 4 ເດືອນຕົ້ນປີ 2018 ນີ້ ຕົວເລກທີ່ທາງສະ ພາແຫ່ງຊາດໄດ້ມີຄຳເຫັນ ລາຍງານຕໍ່ກອງປະຊຸມສະ ໄໝສາມັນເທື່ອທີ V ຂອງສະ ພາແຫ່ງຊາດຊຸດທີ VIII ຜ່ານ ມາ ພວກເຮົາບັນລຸພຽງ 88% ຂອງແຜນການປີ.
ສ່ວນການປູກພືດລະດູ ແລ້ງນັ້ນກໍໄດ້ພຽງ 44,16% ຂອງແຜນການປີ, ເຮົາຄິດ ວ່າ ສຳລັບນາປີຈະມາເຖິງນີ້ ຕົວ ເລກການຜະລິດເຂົ້າຕ້ອງໄດ້ລື່ນນາແຊງຢ່າງແນ່ນອນ, ເຊິ່ງມາຮອດປັດຈຸບັນມີ ຫລາຍທ້ອງຖິ່ນໃນທົ່ວປະເທດ ກໍເລີ່ມຕົກກ້າໄຖຫຸດນາ ຫລື ບາງເຂດກໍເຮັດນາຢອດ ແລະ ນາຫວ່ານເອົາເລີຍ.
ແນວໃດກໍຕາມ, ເມື່ອ ກ່າວເຖິງການຜະລິດສິນຄ້າ ຕົ້ນຕໍໃນບາງຂະແໜງການ ເສດຖະກິດ ທີ່ເປັນພື້ນຖານ ໃຫ້ ແກ່ການເຕີບໃຫຍ່ຂອງເສດຖະກິດແຫ່ງຊາດ ທາງລັດຖະ ບານ ກໍຄືສະພາແຫ່ງຊາດ ໄດ້ ຍອມຮັບວ່າບໍ່ໄດ້ຕາມຄາດ ໝາຍປີທີ່ວາງໄວ້ດັ່ງຕົວເລກທີ່ເອົາມາຢັ້ງຢືນຢູ່ຂ້າງເທິງ.
ຕາມຜູ້ຂຽນຄິດ ແລະ ເຫັນສະພາບຕົວຈິງຢູ່ບ້ານເຮົາ ເວົ້າເຖິງການຜະລິດເຂົ້າຂອງຊາວນາເກືອບວ່າໃນທົ່ວປະ ເທດສ່ວນຫລາຍແມ່ນເຮັດພໍ ແຕ່ກຸ່ມຢູ່ກຸ່ມກິນໃນແຕ່ລະປີ, ສ່ວນທີ່ເຫລືອ ຫລື ກໍລະນີຈຳ ເປັນຈຶ່ງເອົາໄປຂາຍ. ນອກ ນັ້ນ, ກໍລ້ຽງສັດ-ປູກຝັງ ເປັນ ອັນສຳຮອງໄວ້ໃນຄອບຄົວ ຂອງໃຜມັນ ຍັງບໍ່ທັນແມ່ນ ອາຊີບທີ່ແນ່ນອນໝັ້ນຄົງ ແລະ ຍືນຍົງ.
ຊ້ຳບໍ່ໜຳຜູ້ມີດິນ ໄຮ່ດິນ ນາກໍເອົາໄປຂາຍແລ້ວຫັນໄປເຮັດອາຊີບອື່ນແທນ, ອັນເຮັດ ໃຫ້ເນື້ອທີ່ການຜະລິດເຂົ້າ ຫລຸດລົງໃນແຕ່ລະປີ, ຊາຜູ້ ຂຽນໄປເຫັນຢູ່ຕ່າງປະເທດຜູ້ປະກອບອາຊີບໃນດ້ານນີ້ເຂົາເຮັດປີໜຶ່ງຮອດສາມສີ່ເທື່ອ ແລະ ມີການຈັດຕັ້ງກຸ່ມການ ຜະລິດທີ່ແໜ້ນໜາຖາວອນ, ສາມາດເຂົ້າຫາແຫລ່ງທຶນໄດ້ຫລາຍຮູບຫລາຍແບບ ແລະ ເມື່ອຜະລິດແລ້ວກໍມີຕະຫລາດ ຮອງຮັບໃນການຈຳໜ່າຍ ໂດຍແມ່ນຂະແໜງການກ່ຽວຂ້ອງເປັນຜູ້ບໍລິຫານຈັດການຊ່ວຍ.
ເມື່ອສະພາບເປັນ ດັ່ງ ທີ່ວ່ານີ້, ມັນຈຶ່ງເປັນສາເຫດ ໜຶ່ງທີ່ເຮັດໃຫ້ປະເທດຊາດ ຂອງພວກເຮົາບໍ່ສາມາດ ຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາໄດ້ ໃນປີ 2020 ແລະ ອາດແກ່ ຍາວໄປຮອດຫລາຍປີຂ້າງ ໜ້າ, ຍ້ອນລາຍຮັບຂອງປະ ຊາຊົນບໍ່ທັນເຂັ້ມແຂງ ແລະ ຍືນຍົງໄດ້ເທື່ອ.
