ເດນມາກ ກອດຄໍ ຝຣັ່ງ ເຂົ້າຮອບ 16 ທີມ ບານໂລກ 2018
ບານໂລກ 2018 ທີ່ຣັດເຊຍ ນັດສຸດທ້າຍຂອງກຸ່ມຊີ ວັນທີ 26 ມິຖຸນາ ເດນມາກ ຢັນສະເໝີ ຝຣັ່ງ 0-0 ກອດຄໍກັນເຂົ້າຮອບ 16 ທີມຕໍ່ໄປ. ຝຣັ່ງ ມີ 7 ຄະແນນຈາກ 3 ນັດ ເປັນທີ 1 ຂອງກຸ່ມ, ເດນມາກ ທີ 2 ມີ 5 ຄະແນນ. ສ່ວນຜົນອີກ 1 ຄູ່ໃນກຸ່ມດຽວກັນ ອອສເຕເລຍ ເສຍໃຫ້ ເປຣູ 0-2 ເປຣູ ໄດ້ 2 ປະຕູຈາກ ອັງເດຣ ກາຣີໂຢ້ ນາທີ 18 ແລະ ເປົາໂຣ ເກີເຣໂຣ້ ນາທີ 50.
ຂໍ້ມູນຫລັງເກມທີ່ຫນ້າສົນໃຈຂອງກຸ່ມນີ້: ຝຣັ່ງ ແລະ ເດນມາກ ຈົບດ້ວຍຜົນ 0-0 ເປັນຄູ່ທຳອິດຈາກ 36 ນັດໃນບານໂລກຄັ້ງນີ້ ທີ່ບໍ່ມີປະຕູເກີດຂຶ້ນ ແລະ ຄູ່ນີ້ຈົບດ້ວຍການສະເໝີກັນອີກຄັ້ງໃນຮອບ 42 ປີ ຫລ້າສຸດປີ 1976 ສະເໝີກັນ 1-1. ດີດີເຢ້ ເດຊ໋ອງ ຄຸມທີມຊາດຝຣັ່ງ ເປັນນັດທີ 79 ສູງສຸດເທົ່າກັບ ເຣມ໋ອງ ໂດມີເນັກ. ແຄັສເປີ ສະໄມເຄິນ ຜູ້ຮັກສາປະຕູທີມຊາດເດນມາກ ລົງສະຫນາມ 2 ຈາກ 3 ນັດ, ສາມາດຮັກສາ Clean Sheet ບໍ່ເສຍປະຕູທັງ 2 ນັດ, ດີກວ່າພໍ່ຂອງລາວ ປີເຕີ ສະໄມເຄິນ ອະດີດຜູ້ຮັກສາປະຕູທີມຊາດເດນມາກ ລົງຫລິ້ນບານໂລກ 5 ນັດ ເສຍປະຕູ 4 ນັດ.
ເປຣູ ກັບມາຊະນະໃນບານໂລກຮອບສຸດທ້າຍອີກຄັ້ງໃນຮອບ 40 ປີ ຫລ້າສຸດຊະນະ ອີຣານ 4-1 ປີ 1978 ທີ່ອາເຈນຕີນາ. ທິ່ມເຄຮີວ ກອງຫນ້າທີມຊາດອອສເຕເລຍ ສ້າງປະຫວັດສາດກາຍເປັນນັກເຕະຄົນທໍາອິດຂອງປະເທດ ລົງຫລິ້ນໃນບານໂລກຮອບສຸດທ້າຍ 4 ຄັ້ງ ຄືປີ 2006, 2010, 2014 ແລະ 2018.
ຮອບ 16 ທີມ: ຝຣັ່ງ ພົບ ອາເຈນຕີນາ ຈະແຂ່ງຂັນໃນວັນທີ 30 ມິຖຸນານີ້ ແລະ ໂຄຣເອເຊຍ ພົບ ເດນມາກ ຈະແຂ່ງຂັນໃນວັນທີ 1 ກໍລະກົດນີ້.