ອາເຈນຕີນາ ເຂົ້າຮອບວຸດວິດ ບານໂລກ 2018 ທີ່ຣັດເຊຍ
ວັນທີ 26 ມິຖຸນາ ບານໂລກ 2018 ນັດສຸດທ້າຍຂອງກຸ່ມດີ ອາເຈນຕີນາ ແຊ້ມໂລກ 2 ສະໄຫມ, ຮອງແຊ້ມຄັ້ງຜ່ານມາ 2014 ທີ່ບຣາຊິລ ຜ່ານມໍລະສຸມເຂົ້າສູ່ຮອບ 16 ທີມແບບຫວຸດຫວິດ ຫລັງເອົາຊະນະ ໄນຈີເຣຍ 2-1 ໃນທ້າຍເກມ.
ອາເຈນຕີນາ ຂຶ້ນນໍາກ່ອນຈາກຈັງຫວະ ເອແວ ບາເນກ້າ ວາງບານຍາວໃຫ້ ລີໂອເນວ ເມສຊີ ພັກບານດ້ວຍເຂົ່າ ແຕ່ງບານຫນຶ່ງຈັງຫວະດ້ວຍຊ້າຍ ແລະ ຍິງດ້ວຍຂວາຢ່າງສວຍງາມ ນາທີ 14, ມາເຄິ່ງຫລັງ ໄນຈີເຣຍ ມາໄດ້ຈຸດໂທດຈາກຈັງຫວະ ຈາເວຍ ມາສເຊຣາໂນ້ ໄປດຶງ ບາໂລກັນ ລົ້ມໃນເຂດໂທດ ແລະ ເປັນ ວິກເຕີ ໂມເຊສ ກອງກາງຈາກເຊລຊີ ຮັບຫນ້າທີ່ສັງຫານບໍ່ຜິດພາດ ນາທີ 51. ເວລາທີ່ເຫລືອ ອາເຈນຕີນາ ບຸກຫນັກ ແລະ ມາປະສົບຜົນສຳເລັດໃນນາທີ 86 ຈາກຈັງຫວະ ກາບ້ຽວ ເມີຊາໂດ້ ວາງບານຈາກຟາກຂວາໃຫ້ ມາຄັອສ ໂຣໂຮ້ ກອງຫລັງຈາກແມນຢູ ຍິງດ້ວຍຂວາແບບບໍ່ຈັບຢ່າງສວຍງາມ ຈົບເກມ ອາເຈນຕີນາ ເອົາຊະນະ ໄນຈີເຣຍ 2-1 ເຂົ້າຮອບ 16 ທີມແບບຫວຸດຫວິດ ໃນຖານະອັນດັບທີສອງຂອງກຸ່ມ ມີ 4 ຄະແນນຈາກ 3 ນັດ, ໄນຈີເຣຍ ມີ 3 ຄະແນນ ຕົກຮອບ.
ຜົນອີກຫນຶ່ງຄູ່ໃນກຸ່ມດຽວກັນ ໂຄຣເອເຊຍ ເອົາຊະນະ ນ້ອງໃຫມ່ ໄອສແລນ 2-1 ໂຄຣເອເຊຍ ເປັນທີ 1 ຂອງກຸ່ມ ມີ 9 ຄະແນນ, ໄອສແລນ ມີ 1 ຄະແນນຕົກຮອບ.