ກອງປະຊຸມສຸດຍອດສື່ມວນຊົນຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຈະມີຂຶ້ນໃນຕົ້ນເດືອນກໍລະກົດນີ້ຢູ່ນະຄອນຫລວງວຽງຈັນ
ໃນວັນທີ 27 ມິຖຸນານີ້, ທ່ານ ສະຫວັນຄອນ ຣາຊມົນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຖະແຫລງຂ່າວກ່ຽວກັບຄວາມພ້ອມຂອງການຈັດກອງປະຊຸມສຸດຍອດສື່ມວນຊົນຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 1-3 ກໍລະກົດນີ້ ຢູ່ນະຄອນຫລວງວຽງຈັນວ່າ: ກອງປະຊຸມດັ່ງກ່າວໂດຍການເປັນປະທານຮ່ວມລະຫວ່າງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ແລະ ໜັງສືພິມປະຊາຊົນລາຍວັນ ສປ ຈີນ ພາຍໃຕ້ຫົວຂໍ້: “ການຮ່ວມມືປະຊາຄົມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເພື່ອອະນາຄົດອັນສະຫວ່າງສະໄຫວ” ຊຶ່ງຈະມີບັນດາການນຳຂັ້ນສູງພັກ-ລັດຂອງລາວ ແລະ ຈີນ ແລະ ຜູ້ແທນສື່ມວນຊົນຈາກປະເທດສະມາຊິກຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງເຂົ້າຮ່ວມເປັນຈໍານວນຫລາຍທີ່ມາຈາກ 39 ສຳນັກງານ ແລະ ຈະໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດຖະແຫລງການຮ່ວມຂອງກອງປະຊຸມສຸດຍອດສື່ມວນຊົນຂອງຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2017 ທີ່ໄດ້ລົງນາມຮັບຮອງຮ່ວມກັນຢູ່ນະຄອນຫລວງປັກກິ່ງ ສປ ຈີນ, ພ້ອມທັງຈະມີເວທີປຶກສາຫາລືແລກປ່ຽນຄວາມຄິດເຫັນຮ່ວມກັນເພື່ອສືບຕໍ່ການຮ່ວມມືໃນຂົງເຂດວຽກງານສື່ມວນຊົນ ໂດຍຈະເນັ້ນໃສ່ 2 ຫົວຂໍ້ຄື: ສື່ແບບໃໝ່ ແລະ ສົ່ງເສີມການທ່ອງທ່ຽວ.
ການຮ່ວມມືແມ່ນ້ຳຂອງ-ແມ່ນຳລ້ານຊ້າງ ແມ່ນເວທີການຮ່ວມມືໃນອານຸພາກພຶ້ນແບບໃໝ່ທີ່ລິເລີ່ມ ແລະ ສ້າງຕັ້ງຂຶ້ນໂດຍ 6 ປະເທດລຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ບົນພື້ນຖານການປຶກສາຫາລືກັນຢ່າງສະເໝີພາບ, 6 ປະເທດຈະສຸມໃສ່ການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພຶ້ນ, ຫລຸດຜ່ອນຄວາມແຕກໂຕນກັນດ້ານການພັດທະນາ.
ທ່ານຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ຈະມີການສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານຕ່າງໆທີ່ໄດ້ຮັບຮອງນຳກັນໃນຖະແຫລງການຮ່ວມ ໂດຍຈະມີຜູ້ຕາງໜ້າສື່ຂອງແຕ່ລະປະເທດສະມາຊິກຂຶ້ນປະກອບຄຳເຫັນໃນການຈັດຕັ້ງວຽກງານຂອງຕົນ, ສັງເກດເບິ່ງດ້ານດີ, ດ້ານອ່ອນ, ການຖອດຖອນບົດຮຽນ ແລະ ຈະພ້ອມກັນປຶກສາຫາລືໃນເວທີສົນທະນາ ເພື່ອຫາວິທີທາງໃນການສືບຕໍ່ຮ່ວມມືກັນໃນຕໍ່ໜ້າໃຫ້ໄດ້ຮັບຜົນດີກວ່າເກົ່າ.