ລາວ-ຫວຽດນາມ ຕີລາຄາຄືນການຮ່ວມມືວຽກງານຊາຍແດນ

ລາວ-ຫວຽດນາມ ຕີລາຄາຄືນການຮ່ວມມືວຽກງານຊາຍແດນ - IMG 0603 - ລາວ-ຫວຽດນາມ ຕີລາຄາຄືນການຮ່ວມມືວຽກງານຊາຍແດນ
ລາວ-ຫວຽດນາມ ຕີລາຄາຄືນການຮ່ວມມືວຽກງານຊາຍແດນ - kitchen vibe - ລາວ-ຫວຽດນາມ ຕີລາຄາຄືນການຮ່ວມມືວຽກງານຊາຍແດນ

ໂດຍປະຕິບັດຕາມເນື້ອໃນບົດບັນທຶກກອງປະຊຸມສາມັນປະຈຳປີຄັ້ງທີ 27 ຂອງຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ. ໃນວັນທີ 24 ມິຖຸນານີ້, ຄະນະວິຊາການປະສົມຊາຍແດນ ລາວ-ຫວຽດນາມ ໄດ້ຈັດກອງປະຊຸມປຶກສາຫາກ່ຽວກັບການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກກອງປະຊຸມດັ່ງກ່າວຂຶ້ນ ທີ່ເມືອງອາເລື່ອຍ ແຂວງເທື່ອທຽນເຫ້ວ ສສ ຫວຽດນາມ, ຝ່າຍລາວນໍາໂດຍທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຝ່າຍຫວຽດນາມນໍາໂດຍ ທ່ານ ເລ ຮວາຍ ຈຸງ ຮອງລັດຖະມົນຕີການຊວງການຕ່າງປະເທດ. ສອງຝ່າຍໄດ້ພ້ອມກັນສັງເກດຕີລາຄາຄືນຜົນຂອງການຈັດຕັ້ງປະຕິບັດສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນປະເທດ ລາວ-ຫວຽດນາມ ແລະ ອະນຸສັນຍາວ່າດ້ວຍເສັ້ນຊາຍແດນ ແລະ ຫລັກໝາຍຊາຍແດນປະເທດ ລາວ-ຫວຽດນາມ ສະບັບລົງວັນທີ 16 ມີນາ 2016, ການຈັດຕັ້ງປະຕິບັດການທົດລອງການກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ດ່ານແດນສະຫວັນ (ແຂວງສະຫວັນນະເຂດ) -ລາວບາວ (ແຂວງກວາງຈິ) ໃນໄລຍະ 3 ປີຜ່ານມາ, ສະຫລຸບຕີລາຄາຄືນຜົນການລົງສໍາຫລວດດ່ານຊາຍແດນ ລາວ-ຫວຽດນາມ ໃນ 3 ໄລຍະທີ່ຜ່ານມາ ເພື່ອກະກຽມໃຫ້ແກ່ການສ້າງແຜນແມ່ບົດພັດທະນາລະບົບດ່ານຊາຍແດນແຕ່ນີ້ຮອດປີ 2025 ແລະ ວິໄສທັດຮອດປີ 2035 ແລະ ການຈັດຕັ້ງປະຕິບັດຂໍ້ຕົກລົງລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ວ່າດ້ວຍການແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບຢູ່ຕາມບໍລິເວນຊາຍແດນຂອງສອງປະເທດ.

ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດຄວາມເຂົ້າອົກເຂົ້າໃຈຢ່າງມີໄມຕີຈິດມິດຕະພາບ ບົນພື້ນຖານຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ເປັນການປະກອບສ່ວນອັນສຳຄັນໃນການພັດທະນາບໍລິເວນຊາຍແດນຂອງສອງປະເທດໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຍາວນານ.

ລາວ-ຫວຽດນາມ ຕີລາຄາຄືນການຮ່ວມມືວຽກງານຊາຍແດນ - Visit Laos Visit SALANA BOUTIQUE HOTEL - ລາວ-ຫວຽດນາມ ຕີລາຄາຄືນການຮ່ວມມືວຽກງານຊາຍແດນ
ລາວ-ຫວຽດນາມ ຕີລາຄາຄືນການຮ່ວມມືວຽກງານຊາຍແດນ - 4 - ລາວ-ຫວຽດນາມ ຕີລາຄາຄືນການຮ່ວມມືວຽກງານຊາຍແດນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!