ຜູ້ນຳຕວກກີ ແລະ ພັນທະມິດເຫັນພ້ອມ ຍົກເລີກປະກາດສະຖານະການສຸກເສີນ
June 28, 2018 - 6:44 PM
ໜັງສືພິມຊາບາທີ່ສະໜັບສະໜູນລັດຖະບານຕວກກີລາຍງານໃນວັນທີ 28 ມິຖຸນານີ້ວ່າ: ປະທານາທິບໍດີ ເຣເຈບ ທາຍຍິບ ແອໂດອານ ຂອງຕວກກີ ຜູ້ນຳພັກເອັມເອຊພີ, ພັກຊາດນິຍົມ ແລະ ກຸ່ມພັນທະມິດທາງການເມືອງ ຕົກລົງກັນວ່າຈະບໍ່ຂະຫຍາຍເວລາປະກາດສະຖານະການສຸກເສີນໃນຕວກກີທີ່ຈະສິ້ນສຸດລົງໃນເດືອນກໍລະກົດນີ້.
ກ່ອນໜ້ານີ້, ທາງການຕວກກີປະກາດສະຖານະການສຸກເສີນນັບແຕ່ເຫດພະຍາຍາມກໍ່ລັດຖະປະຫານໃນເດືອນກໍລະກົດ 2016. ປະທານາທິບໍດີ ແອໂດອານ ກ່າວໃນຕົ້ນເດືອນມິຖຸນາວ່າ: ຈະຍົກເລີກປະກາດສະຖານະການສຸກເສີນໃນຕວກກີ, ຖ້າທ່ານໄດ້ຮັບການເລືອກໃຫ້ດຳລົງຕຳແໜ່ງປະທານາທິບໍດີອີກສະໄໝໃນການເລືອກຕັ້ງວັນທີ 24 ມິຖຸນາ ເຊິ່ງທ່ານໄດ້ຮັບໄຊຊະນະໃຫ້ບໍລິຫານປະເທດຕໍ່ໄປ.