ວິທີເຝິກໃຫ້ລູກດູດນົມ ຫຼື ນໍ້າຈາກຫຼອດ

ວິທີເຝິກໃຫ້ລູກດູດນົມ ຫຼື ນໍ້າຈາກຫຼອດ - 406857427 696x447 - ວິທີເຝິກໃຫ້ລູກດູດນົມ ຫຼື ນໍ້າຈາກຫຼອດ
ວິທີເຝິກໃຫ້ລູກດູດນົມ ຫຼື ນໍ້າຈາກຫຼອດ - kitchen vibe - ວິທີເຝິກໃຫ້ລູກດູດນົມ ຫຼື ນໍ້າຈາກຫຼອດ

ເດັກນ້ອຍອາຍຸ 1 ປີຂຶ້ນໄປສາມາດກິນນົມແບບກ໋ອງໄດ້ແລ້ວ ໂດຍປົກກະຕິເດັກນ້ອຍທີ່ບໍ່ໄດ້ຮັບການເຝິກໃຫ້ດູດນົມຈາກກ໋ອງດ້ວຍຫຼອດ ພໍ່ແມ່ກໍຕ້ອງຕັດກ໋ອງນົມແລ້ວເຖໃສ່ປ໋ອງນົມໃຫ້ດູດ ເພື່ອເປັນການຫຼຸດພາລະຫຼາຍຢ່າງ ແລະ ເຝິກດ້ານພັດທະນາການໃຫ້ກັບລູກດ້ວຍ. ດັ່ງນັ້ນ ເຮົາສາມາດເຝິກໃຫ້ລູກດູດນົມ ຫຼື ນໍ້າຈາກຫຼອດໄດ້ດ້ວຍວິທີງ່າຍດັ່ງນີ້:

1.​ ເອົານົມ ຫຼື ນໍ້າໝາກໄມ້ໃສ່ຖ້ວຍຮຽນໃຫ້ລູກດື່ມ ຕັ້ງແຕ່ໃນຊ່ວງ 7-8 ເດືອນຂຶ້ນໄປ ຈາກນັ້ນ 11-12 ເດືອນ ຄ່ອຍປ່ຽນມາເຝິກດູດຈາກຫຼອດ.

ວິທີເຝິກໃຫ້ລູກດູດນົມ ຫຼື ນໍ້າຈາກຫຼອດ - Visit Laos Visit SALANA BOUTIQUE HOTEL - ວິທີເຝິກໃຫ້ລູກດູດນົມ ຫຼື ນໍ້າຈາກຫຼອດ
ວິທີເຝິກໃຫ້ລູກດູດນົມ ຫຼື ນໍ້າຈາກຫຼອດ - Visit Laos Visit SALANA BOUTIQUE HOTEL - ວິທີເຝິກໃຫ້ລູກດູດນົມ ຫຼື ນໍ້າຈາກຫຼອດ
  1. ເອົາຫຼອດດູດເຈາະລົງໄປໃນກ໋ອງນົມ ແລ້ວເອົາອີກສົ້ນໜຶ່ງໃສ່ປາກລູກ ໂດຍແມ່ເປັນຄົນບີບນໍ້ານົມ ຫຼື ນໍ້າໝາກໄມ້ໃນກ໋ອງ ໃຫ້ຂຶ້ນມາຕາມຫຼອດດູດໃຫ້ລູກໄດ້ກິນ ເພື່ອໃຫ້ຮູ້ເຖິງລົດຊາດ ເຮັດແບບນີ້ຊໍ້າໆ ລູກຈະເລີ່ມຮຽນຮູ້ວ່າ ຕ້ອງດູດເຖິງຈະມີນໍ້າອອກມາຈາກຫຼອດນີ້.
  2. ຫາກຍັງບໍ່ໄດ້ຜົນ ລອງໃຫ້ລູກຄ່ອຍໆຮຽນຮູ້ ຫຼື ທໍາຄວາມຮູ້ຈັກກັບຫຼອດດູດກ່ອນກໍໄດ້ ໂດຍໃຫ້ແມ່ເອົາຫຼອດຈຸ່ມລົງໄປໃນນໍ້າໝາກໄມ້ ແລ້ວເອົານິ້ວມືອັດໄວ້ສົ້ນໜຶ່ງບໍ່ໃຫ້ນໍ້າອອກຈາກຫຼອດ ຈາກນັ້ນເອົາປາຍຫຼອດດູດອີກສົ້ນໜຶ່ງສົ່ງເຂົ້າປາກລູກ ແລ້ວຄ່ອຍໆປ່ອຍນິ້ວມືອອກໃຫ້ນໍ້າຢູ່ໃນຫຼອດໄຫຼເຂົ້າປາກລູກ ເຮັດແບບນີ້ຊໍ້າໆ ລູກກໍຈະສາມາດດູດນໍ້າຈາກຫຼອດໄດ້.

 

ວິທີເຝິກໃຫ້ລູກດູດນົມ ຫຼື ນໍ້າຈາກຫຼອດ - 5 - ວິທີເຝິກໃຫ້ລູກດູດນົມ ຫຼື ນໍ້າຈາກຫຼອດ
ວິທີເຝິກໃຫ້ລູກດູດນົມ ຫຼື ນໍ້າຈາກຫຼອດ - 3 - ວິທີເຝິກໃຫ້ລູກດູດນົມ ຫຼື ນໍ້າຈາກຫຼອດ
ວິທີເຝິກໃຫ້ລູກດູດນົມ ຫຼື ນໍ້າຈາກຫຼອດ - 4 - ວິທີເຝິກໃຫ້ລູກດູດນົມ ຫຼື ນໍ້າຈາກຫຼອດ