ຊ່ຽວຊານເນປານລົງກວດກາມາດຕະຖານຂົວອູ່ຢູ່ແຂວງຫລວງນ້ຳທາ

ເມື່ອບໍ່ດົນມານີ້ ຜູ້ຊຽວ ຊານຈາກປະເທດເນປານໄດ້ລົງຕິດຕາມ ສະພາບຂົວອູ່ ຢູ່ບ້ານບ້ານສະແກນ ແລະ ບ້ານກັນຫະ, ເມືອງນາແລ ແຂວງຫຼວງນໍ້າທາ ເພື່ອ ກວດກາມາດຕະຖານ ແລະ ຕີລາຄາການນໍາໃຊ້ຕົວຈິງ, ພ້ອມທັງຈັດເຝິກອົບຮົມໃຫ້ ຊຸມຊົນສອງບ້ານໃນການ ປົກປັກຮັກສາ ແລະ ການຄຸ້ມ ຄອງໂຄງການ, ໂດຍມີທ່ານ ວິນດູຜູ້ຊຽວຊານຈາກປະ ເທດເນປານ, ຜູ້ຕາງໜ້າກອງ ທຶນຫລຸດຜ່ອນຄວາມທຸກ ຍາກສູນກາງ ແລະ ພ້ອມ ດ້ວຍຜູ້ຕ່າງໜ້າຂະແໜງ ກ່ຽວຂ້ອງເຂົ້າຮ່ວມ.
+ ມອບ-ຮັບໂຄງການກໍ່ສ້າງຂົວນ້ຳລົ້ນ ຢູ່ເມືອງພູຄູນ
+ ບ້ານມົກຕົ້ນ ກຸ່ມສຳພັນໄຊ ເມືອງຫລາ ແຂວງອຸດົມໄຊ ໄດ້ຂົວຂ້າມນ້ຳແລ້ວ
ການກໍ່ສ້າງຂົວອູ່ ບ້ານ ພູລວງ ເມືອງນາແລ ແມ່ນ ໂຄງການໜື່ງທີ່ ທລຍ ຮ່ວມມື ກັບອົງການເຮວວິຕັດ ເພື່ອ ຖ່າຍທອດເຕັກນິກການກໍ່ ສ້າງຂົວອູ່ແບບຖາວອນຈາກ ປະເທດເນປານ ທີ່ມີບົດ ຮຽນ ໃນການກໍ່ສ້າງຂົວ ອູ່ມາແລ້ວຫຼາຍສິບປີມາ ຮ່ວມຮັບຜິດ ຊອບໂດຍຜ່ານ ໂຄງການ ເຮວວິຕັດເນປານ ແລະ ນໍາໃຊ້ ທຶນສົມທົບຈາກ ລັດຖະບານລາວ, ທະນາຄານ ໂລກ, ອົງການເພື່ອການພັດ ທະນາ ແລະ ການຮ່ວມມື ຂອງປະເທດ ເຊີວິດ ແລະ ອົງການເຮວ ວິຕັດລວມ ມູນຄ່າການ ກໍ່ສ້າງທັງໝົດ 657 ລ້ານກວ່າກີບ, ສາມາດ ຮັບນໍ້າໜັກໄດ້ 300 ກິໂລ ຕໍ່ແມັດກາເລ, ກວ້າງ 1,2 ແມັດ, ມີຄວາມຍາວ 118 ແມັດ ຂົວດັ່ງກ່າວ ມີອາຍຸ ການນໍາໃຊ້ຍາວນານກວ່າ 50 ປີ.
ນອກຈາກຂົວອູ່ບ້ານ ພູ ລວງແລ້ວ ຍັງມີຂົວອູ່ບ້ານ ສະແກນ ກຸ່ມສະແກນ ເມືອງ ນາແລ ທີ່ມີລັກສະນະແບບ ດຽວກັນ ແຕ່ມີຂະໜາດ ແລະ ມູນຄ່າທີ່ແຕກຕ່າງກັນ, ຂົວ ອູ່ບ້ານສະແກນມີມູນຄ່າ ການ ກໍ່ສ້າງທັງໝົດ 964 ກວ່າ ລ້ານກີບ ເຊິ່ງມີຄວາມຍາວ 62,5 ແມັດ, ກວ້າງ 1,40 ແມັດ, ສາມາດຮອງຮັບນໍ້າ ໜັກໄດ້ 500 ກິໂລກຣາມ/ ແມັດກາເລ ແລະ ໃນການ ຕິດຕາມ ແລະ ເຝິກອົບຮົມ ຄັ້ງນີ້ ທ່ານ ວິນດູໄດ້ ແນະນຳ ທາງທິດສະດີ ແລະ ການປະ ຕິບັດຕົວຈິງ ໂດຍສະເພາະ ແມ່ນເນັ້ນການຄຸ້ມຄອງ ແລະ ປົກປັກຮັກສາ, ໂດຍ ໃຫ້ຄໍາແນະນໍາວິທີການບົວ ລະບັດຮັກສາບັນດາອົງ ປະກອບຕ່າງໆຂອງຂົວອູ່ ເຊັ່ນ: ການເຄືອບນໍ້າ ມັນກັນ ມ້ຽງສາຍກາບຂົວ, ການຕິດ ຕາມນ໋ອດເພື່ອຮັບປະກັນ ຄວາມປອດໄພຕໍ່ໂຄງສ້າງ, ການເຄືອບຢ່າງໜາກຕ້ອຍ ເພືອກັນນໍ້າຊືມຈຸດດືງຫົວ ສາຍກາບ ລວມ ເຖິງຂໍ້ຫ້າມ ແລະ ການຕິດຕາມບໍລິເວນ ເຂດອ້ອມແອ້ມຂົວອູ່ ແລະ ການຮັກສາຄວາມສະອາດ ໂດຍສະເພາະແມ່ນການ ຖາງຫຍ້າ, ການຖົມດີນ ເພື່ອ ບໍ່ໃຫ້ນໍ້າຊືມ ຫຼື ບໍ່ໃຫ້ຫຍ້າ ໄປຫຸ້ມສາຍກາບເພາະຈະ ເຮັດໃຫ້ສາຍກາບຕິດເກີດ ໝ້ຽງຈາກນໍ້າຄ້າງເພື່ອໃຫ້ ການນຳໃຊ້ຂົວອູ່ມີອາ ຍຸຍາວນານ./.