ໄຕມາດ 1 ຂອງປີ ທຄລຕ ຄຳມ່ວນລະດົມເງິນຝາກໄດ້ພັນກວ່າຕື້ກີບ

ໄຕມາດ 1 ຂອງປີ ທຄລຕ ຄຳມ່ວນລະດົມເງິນຝາກໄດ້ພັນກວ່າຕື້ກີບ - DSC 0308 - ໄຕມາດ 1 ຂອງປີ ທຄລຕ ຄຳມ່ວນລະດົມເງິນຝາກໄດ້ພັນກວ່າຕື້ກີບ
ໄຕມາດ 1 ຂອງປີ ທຄລຕ ຄຳມ່ວນລະດົມເງິນຝາກໄດ້ພັນກວ່າຕື້ກີບ - kitchen vibe - ໄຕມາດ 1 ຂອງປີ ທຄລຕ ຄຳມ່ວນລະດົມເງິນຝາກໄດ້ພັນກວ່າຕື້ກີບ

ທ່ານ ນາງ ລໍາມອນ ພະລີສອນ ຮອງຫົວໜ້າສາ ຂາທະນາຄານການຄ້າຕ່າງ ປະເທດລາວ ມະຫາຊົນ (BCEL) ໄດ້ໃຫ້ຮູ້ວ່າ : ທະ ນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງ ຄໍາມ່ວນ.

 

ໄຕມາດ 1 ຂອງປີ ທຄລຕ ຄຳມ່ວນລະດົມເງິນຝາກໄດ້ພັນກວ່າຕື້ກີບ - Visit Laos Visit SALANA BOUTIQUE HOTEL - ໄຕມາດ 1 ຂອງປີ ທຄລຕ ຄຳມ່ວນລະດົມເງິນຝາກໄດ້ພັນກວ່າຕື້ກີບ

ໄຕມາດ 1 ຂອງປີ ທຄລຕ ຄຳມ່ວນລະດົມເງິນຝາກໄດ້ພັນກວ່າຕື້ກີບ - DSC 0301 4 - ໄຕມາດ 1 ຂອງປີ ທຄລຕ ຄຳມ່ວນລະດົມເງິນຝາກໄດ້ພັນກວ່າຕື້ກີບ

ທະນາຄານ​ແຫ່ງ ສປປ ລາວ ​ເຕືອນ​ໃຫ້​ລະວັງ​ມີກຸ່ມ​ຄົນ​ບໍ່ດີນຳ​ເງີ​ນຕາ​ປອມ​ມາ​ຈຳໜ່າຍ

ທະນາຄານນະໂຍບາຍອະນຸມັດເງິນ 300 ກວ່າລ້ານກີບຊຸກຍູ້ການຜະລິດຂອງປະຊາຊົນເມືອງລະມາມ

ປັດຈຸບັນມີ 4 ຂະແໜງ ແລະ 1 ໜ່ວຍງານຄື: ຂະ ແໜງເງິນກູ້, ຂະແໜງຫ້ອງ ການ – ບັນຊີ – ໄອທີ, ຂະ ແໜງບໍລິການ, ຂະແໜງ ຄັງສາງ ແລະ ໜ່ວຍງານ ATM , ມີ 6 ໜ່ວຍບໍລິການ ຄື: ໜ່ວຍບໍລິການໜອງບົກ, ໜ່ວຍບໍລິການຍົມມະລາດ, ໜ່ວຍບໍລິການຫີນບູນ, ໜ່ວຍ ບໍລິການດ່ານສາກົນນາເພົ້າ, ໜ່ວຍບໍລິການຕະຫຼາດສຸກ ສົມບູນ ແລະ ໜ່ວຍບໍລິການ ຄູນຄໍາ, ມີ 2 ຫ້ອງແລກປ່ຽນ ຄື : ຫ້ອງແລກປ່ຽນຈອມທອງ ແລະ ຫ້ອງແລກປ່ຽນຂົວມິດ ຕະພາບ 3 ແລະ ມີຫຼາກຫຼາຍ ຜະລິດຕະພັນໃຫ້ລູກຄ້າມີ ຫຼາຍທາງເລືອກເຊັ່ນ: ເງິນ ຝາກ, ຜະລິດຕະພັນເງິນກູ້, ບໍລິການລະຫວ່າງປະເທດ, ຜະລິດຕະພັນ: ບັດ ATM union pay , visa credit, JCB credit, co–band, visa debit, JCB debit ແລະ pay card ແລະ ສະ ເພາະ pay card ເຫັນວ່າມີ ການຂະຫຍາຍລົງສູ່ຮາກ ຖານກຸ່ມບ້ານກວມເຖິງ 60% ໃນແຕ່ລະເມືອງສ່ວນ ການບໍລິການດ້ານອີເລັກ ໂທຣນິກປະກອບມີ: BCEL one, i-Bank ແລະ one pay ເປັນລະບົບການຊໍາລະ ທີ່ທັນສະໄໝດ້ວຍ QR Code ຊ່ວຍຫຼຸດຜ່ອນການນໍາໃຊ້ ເງິນສົດໃນສັງຄົມ, ເປັນລະ ບົບທີ່ມີຄວາມທັນສະໄໝ, ປອດໄພ, ຊົມໃຊ້ງ່າຍ, ສ້າງ ຄວາມສະດວກສະບາຍແກ່ຜູ້ ຊື້ ແລະ ຜູ້ຂາຍໃນການຊໍາລະ ສິນຄ້າ. ໃນນັ້ນຢູ່ແຂວງມີ 142 ຮ້ານທີ່ສາມາດຊໍາລະ ຜ່ານ one pay. ນອກນີ້ຍັງ ມີບໍລິການໂອນດ່ວນເພື່ອຊຸມຊົນ ຫຼື Bcome ຖືວ່າເປັນ ບໍລິການເພື່ອໃຫ້ຜູ້ທີ່ຢູ່ຫ່າງ ໄກຈາກທະນາຄານສາມາດຮັບ ແລະ ຝາກເງິນໃຫ້ລູກ ຫຼານ ທີ່ໄປຮຽນຢູ່ໃນຕົວເມືອງ ແລະ ລູກຫຼານສາມາດຝາກ ເງິນໃຫ້ພໍ່ແມ່ທີ່ຢູ່ຫ່າງໄກໄດ້ ໂດຍຜ່ານ Bcome ຂອງ ທຄຕລ .

ທ່ານຮອງຫົວໜ້າ ສາຂາ ທະນາຄານດັ່ງກ່າວໃຫ້ຮູ້ວ່າ : ໃນປີຜ່ານມາໄດ້ຮັບແຜນ ການດໍາເນີນທຸລະກິດຂອງ ທຄຕລ ສາຂາຄໍາມ່ວນ ໃນນັ້ນ ແຜນການລະດົມເງິນຝາກ ຈໍານວນ 1.000 ຕື້ກີບ.

ຮອດປັດຈຸບັນ ທຄຕລ ສາຂາຄໍາມ່ວນແມ່ນຂະ ຫຍາຍຕາໜ່າງການບໍລິການກວ້າງຂວາງເຊັ່ນ: ມີໜ່ວຍ ບໍລິ ການຕັ້ງຢູ່ 6 ເມືອງ ແລະ ມີຕູ້ ATM 27 ຕູ້ຕັ້ງຢູ່ຄົບ ທັງ 10 ຕົວເມືອງ , ດ້ານການ ລະດົມເງິນຝາກແມ່ນ ທຄຕລ ມີຜະລິດຕະພັນຕ່າງໆທີ່ຫຼາກຫຼາຍເຊິ່ງເປັນທາງເລືອກໃຫ້ລູກຄ້າໃຊ້ບໍລິການເຊິ່ງປະ ເພດເງິນຝາກປະກອບມີ: ເງິນ ຝາກປະຢັດສະສົມບໍານານ, ເງິນຝາກປະຢັດ, ເງິນຝາກ ກະແສລາຍວັນ ແລະ ເງິນ ຝາກມີກໍານົດ. ມາຮອດທ້າຍ ປີ 2017 ສາຂາສາມາດລະ ດົມເງິນຝາກໄດ້ 992 ຕື້ກີບ ເທົ່າກັບ 99 % ຂອງແຜນ ການ . ສໍາລັບປີ 2018 ນີ້ໄດ້ ວາງຄາດໝາຍສູ້ຊົນກ່ຽວກັບການລະດົມເງິນຝາກ ແລະ ການປ່ອຍສິນເຊື່ອທັງນີ້ອີງ ຕາມແຜນດໍາເນີນງານກໍຄື ແຜນທຸລະກິດຂອງສາຂາຄໍາມ່ວນທີ່ໄດ້ຜ່ານການຮັບຮອງ ແລະ ຕົກລົງເຫັນດີຈາກຂັ້ນ ເທິງທີ່ ທຄຕລ ມະຫາຊົນ ສາຂາຄໍາມ່ວນໄດ້ຮັບມອບ ໝາຍຕົວເລກແຜນການປີ 2018 ທີ່ມີຄາດໝາຍສູ້ຊົນ ໃນການລະດົມເງິນຝາກ 1.070 ຕື້ກີບ, ສິນເຊື່ອ 181 ຕື້ກີບ. ສ່ວນການປະຕິບັດ ການລະດົມເງິນຝາກໃນໄຕ ມາດທີ 1 / 2018 ສາມາດ ປະຕິບັດໄດ້ 1.027 ຕື້ກີບ ທຽບໃສ່ແຜນການໄຕມາດ ທີ 1 / 2018 ປະຕິບັດໄດ້ 103%, ການຂະຫຍາຍສິນ ເຊື່ອຍອດເງິນກູ້ທັງໝົດໃນ ໄຕມາດ 1 / 2018 ສາມາດ ປະຕິບັດໄດ້ຈໍານວນ 140 ຕື້ກີບ,ປະຕິບັດໄດ້105% ຂອງແຜນການໄຕມາດ 1 / 2018 ເມື່ອທຽບໃສ່ ປີ 2018 ປະຕິບັດໄດ້78 % .

ໄຕມາດ 1 ຂອງປີ ທຄລຕ ຄຳມ່ວນລະດົມເງິນຝາກໄດ້ພັນກວ່າຕື້ກີບ - DSC 0308 - ໄຕມາດ 1 ຂອງປີ ທຄລຕ ຄຳມ່ວນລະດົມເງິນຝາກໄດ້ພັນກວ່າຕື້ກີບ

ໄຕມາດ 1 ຂອງປີ ທຄລຕ ຄຳມ່ວນລະດົມເງິນຝາກໄດ້ພັນກວ່າຕື້ກີບ - 5 - ໄຕມາດ 1 ຂອງປີ ທຄລຕ ຄຳມ່ວນລະດົມເງິນຝາກໄດ້ພັນກວ່າຕື້ກີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!