ງານ Lao Digital Forum ເນັ້ນໃສ່ເຕັກໂນໂລຊີທາງດ້ານການເງິນ
ເຕັກໂນໂລຊີທາງດ້ານການເງິນ, ການເຕີບໂຕທາງເສດຖະກິດ ແລະ ການພັດທະນາວິສາຫະກິດຈຸລະພາກ ແມ່ນຫົວຂໍ້ຫຼັກໃນງານ ລາວ ດີຈີຕອນ ຟໍລໍາ (Lao Digital Forum) ຄັ້ງທີ 2 ເຊິ່ງຈັດຂຶ້ນໃນວັນທີ 29 ມິຖຸນານີ້, ໂດຍສະຖານທູດສະຫະລັດປະຈໍາລາວ ແລະ ທະນາຄານ ແຫ່ງ ສປປ ລາວ ຮ່ວມກັນຈັດຂຶ້ນ, ໂດຍໄດ້ຮັບການສະໜັບສະໜູນທຶນຈາກບໍລິສັດ ໄມໂຄຣຊອບ (Microsoft) ແລະ ວີຊາ (Visa) ຂອງອາເມລິກາ, ໂດຍມີຜູ້ເຂົ້າຮ່ວມຫລາຍກວ່າ 150 ທ່ານ, ເພື່ອຮັບຟັງບັນດາຊ່ຽວຊານທີ່ມາຈາກປະເທດມຽນມ້າ, ກໍາປູເຈ້ຍ, ໄທ ແລະ ສະຫະລັດອາເມລິກາສົນທະນາໃຫ້ຄວາມຮູ້ກ່ຽວກັບບັນດາຫົວຂໍ້ທີ່ກໍາລັງເປັນກະແສຢູ່ໃນໂລກເຕັກໂນໂລຊີ ເຊັ່ນ: ເຕັກໂນໂລຊີການເງິນ (fintechs), ການຊໍາລະອິເລັກໂຕຼນິກ, ບລ໋ອກເຊັນ (blockchain) ແລະ ການມີສ່ວນຮ່ວມທາງດ້ານການເງິນ.
ຄໍາສັບເຕັກນິກ fintech (ເຕັກໂນໂລຊີທາງດ້ານການເງິນ) ແມ່ນທຸລະກິດໃດໜຶ່ງທີ່ຕ້ອງການສະໜອງການບໍລິການທາງດ້ານການເງິນ ໂດຍການນໍາໃຊ້ຊອບແວ ແລະ ເຕັກໂນໂລຊີທັນສະໄໝ, Blockchain ແມ່ນປຶ້ມບັນຊີອອນລາຍສາທາລະນະ ທີ່ບັນທຶກທຸລະກໍາລະຫວ່າງສອງຝ່າຍ ໃນລັກສະນະ ທີ່ມີປະສິດທິພາບ, ກວດສອບໄດ້ ແລະ ຢູ່ຖາວອນ. ຜູ້ຊ່ຽວຊານຫລາຍທ່ານເຊື່ອວ່າ blockchain ສາມາດນໍາໃຊ້ໄດ້ຢ່າງກວ້າງຂວາງເຊັ່ນ: ໃນຂະແໜງກະສິກໍາ, ການຄ້າ, ການບໍລິການທາງດ້ານການເງິນ ລວມທັງຂະແໜງສາທາລະນະສຸກ. ເຕັກໂນໂລຊີປະເພດນີ້ມີທ່າແຮງຫລາຍສໍາລັບປະເທດກໍາລັງພັດທະນາ ເຊັ່ນ: ສປປ ລາວ ແລະ ຈຸດປະສົງຂອງການຈັດງານ Lao Digital Forum ນີ້ແມ່ນເພື່ອຊອກຫາທ່າແຮງທີ່ສາມາດສະໜັບສະໜູນເປົ້າໝາຍການພັດທະນາຂອງ ສປປ ລາວ.
ງານ Lao Digital Forum ຄັ້ງທໍາອິດ, ເຊິ່ງໄດ້ຮັບການສະໜັບສະໜູນໂດຍ USAID ແລະ ຈັດຂຶ້ນໃນເດືອນມັງກອນ 2018 ແມ່ນສຸມໃສ່ການນໍາໃຊ້ເຕັກໂນໂລຊີທີ່ມີລັກສະນະເປີດກວ້າງ ເພື່ອສົ່ງເສີມການມີສ່ວນຮ່ວມທາງດ້ານການເງິນ.
ທ່ານເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາລາວ ນາງ ຣີນາ ບິດເຕີ ມີຄໍາເຫັນວ່າ: ຄວາມສໍາຄັນຂອງສະພາບແວດລ້ອມດ້ານນິຕິກໍາທີ່ເໝາະສົມສາມາດສົ່ງເສີມການແຂ່ງຂັນ, ນະວັດຕະກໍາ ແລະ ເປົ້າໝາຍສູງສຸດເພື່ອສ້າງຄວາມຈະເລີນຮຸ່ງເຮືອງສິວິໄລຂຶ້ນ ແລະ ຄວາມເຂົ້າໃຈກ່ຽວກັບເຕັກໂນໂລຊີເຫລົ່ານີ້ ແມ່ນມີຄວາມສໍາຄັນເປັນພິເສດ ເພາະ ສປປ ລາວ ກໍາລັງກະກຽມສ້າງລະບຽບ ແລະ ກົດໝາຍກ່ຽວກັບ fintech, blockchain, ຄລາວ (cloud) ແລະ ການຊໍາລະທາງອີເລັກໂຕຼນິກ ທີ່ຮັບປະກັນໃຫ້ການຊຸກຍູ້ການແຂ່ງຂັນທີ່ຍຸຕິທໍາ, ສົ່ງເສີມນະວັດຕະກໍາ ແລະ ສ້າງເວທີການແຂ່ງຂັນທີ່ເທົ່າທຽມສໍາລັບທຸກບໍລິສັດ.”
ທ່ານຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ນາງ ວັດທະນາ ດາລາລອຍ ໄດ້ມີຄໍາເຫັນວ່າ: ການປັບຕົວເຂົ້າກັບເຕັກໂນໂລຊີ ທີ່ເກີດຂຶ້ນໃໝ່ນີ້ ເພື່ອຊ່ວຍສະໜັບສະໜູນການພັດທະນາບັນດາວິສາຫະກິດຈຸລະພາກ, ຂະໜາດນ້ອຍ ແລະ ຂະໜາດກາງ, ພັດທະນາເຂດຊົນນະບົດ ແລະ ສືບຕໍ່ເຊື່ອມໂຍງເຂົ້າກັບປະຊາຄົມເສດຖະກິດອາຊຽນ ແລະ ເສດຖະກິດໂລກ, ເຊິ່ງອາຊຽນ ແມ່ນພາກພື້ນທີ່ເຕີບໂຕໄວທີ່ສຸດໃນໂລກ ດ້ານການນຳໃຊ້ອິນເຕີເນັດ, ໂດຍຫຼັກໆແມ່ນ ການນຳໃຊ້ໂທລະສັບມືຖືທີ່ເພີ່ມຂຶ້ນ. ໃນໄລຍະປີ 2006-2015, ຈຳນວນຜູ້ໃຊ້ໂທລະສັບມືຖື ໃນອາຊຽນ ເພີ່ມຂຶ້ນຈາກ 198 ລ້ານຄົນ ເປັນ 784 ລ້ານຄົນ. ການເຕີບໂຕທາງດ້ານເສດຖະກິດຂອງອາຊຽນ ແລະ ຈຳນວນປະຊາກອນໄວໜຸ່ມທີ່ມີຫຼາຍ ໝາຍຄວາມວ່າ ພາກພື້ນນີ້ ມີທ່າແຮງສູງ ທີ່ຈະໄດ້ຮັບຜົນປະໂຫຍດຈາກເສດຖະກິດດິຈິຕອນ.