ພະນັກງານຫລັກແຫລ່ງກະຊວງສຶກສາທິການ ແລະ ກິລາ ເຊື່ອມຊຶມເອກະສານກໍ່ສ້າງພັກ-ພະນັກງານ
ໃນທ້າຍອາທິດຜ່ານມາ, ພະນັກງານຫລັກແຫລ່ງອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ ໄດ້ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍເນື້ອໃນຂອງກອງປະຊຸມວຽກງານຈັດຕັ້ງທົ່ວປະເທດຄັ້ງທີ 10 ແລະ ເຊື່ອມຊຶມນິຕິກໍາກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານຂຶ້ນທີ່ມະຫາວິທະຍາໄລແຫ່ງຊາດ, ໂດຍການເປັນປະທານຂອງທ່ານນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເພື່ອໃຫ້ສະມາຊິກພັກ, ພະນັກງານທີ່ຢູ່ໃນຂະແໜງສຶກສາ-ກິລາໄດ້ຮັບຮູ້ເຂົ້າໃຈ ແລະ ເປັນເອກະພາບຕໍ່ເນື້ອໃນດັ່ງກ່າວ, ພ້ອມທັງນໍາໄປຈັດຕັ້ງຜັນຂະຫຍາຍເປັນທິດທາງແຜນການຂອງທ້ອງຖິ່ນ, ຂະແໜງການໃຫ້ແທດເໝາະຕົວຈິງ, ໂດຍເລັ່ງໃສ່ເສີມຂະຫຍາຍດ້ານຕັ້ງໜ້າ, ແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງ ແລະ ສິ່ງຫຍໍ້ທໍ້ຕ່າງໆໃນວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ, ແນໃສ່ເຮັດໃຫ້ວຽກງານດັ່ງກ່າວມີການຫັນປ່ຽນຢ່າງຕັ້ງໜ້າ, ທັງເປັນການຊຸກຍູ້ຄວາມຮັບຜິດຊອບ, ຄວາມເປັນເຈົ້າການຂອງຄະນະພັກ-ຄະນະຈັດຕັ້ງແຕ່ລະຂັ້ນ ຕໍ່ວຽກງານໃຫ້ສູງຂຶ້ນກວ່າເກົ່າ. ນອກນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງບົດສະຫລຸບຕີລາຄາສະພາບການຈັດຕັ້ງປະຕິບັດມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດຄັ້ງທີ 10 ໄລຍະ 1 ປີ ຜ່ານມາ ແລະ ທິດທາງຕໍ່ໜ້າ, ຮ່າງບົດສະຫລຸບວຽກງານກໍ່ສ້າງພັກ-ພະນັກງານຂອງນະແໜງການສຶກສາທິການ ແລະ ກິລາ ປະຈໍາປີ 2017 ແລະ ທິດທາງແຜນການ 2018, ຄໍາສັ່ງຂອງຄະນະເລຂາທິການສູນກາງພັກໃນການກະກຽມດໍາເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫລວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍການເພີ່ມ ທະວີກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມະຕິກົມການເມືອງສູນກາງພັກວ່າດ້ວຍມາດຕະຖານພະນັກງານນໍາພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດຂອງກົມການເມືອງສູນກາງພັກວ່າດ້ວຍມາດຕະຖານພະນັກງານນໍາພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ຄໍາແນະນໍາກ່ຽວກັບການອອກບັດພະນັກງານລັດຖະກອນ ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 6 (ສະໄໝທີ 10).