ໃນສົກຮຽນ 2017-2018 ເມືອງສີໂຄດຕະບອງມີນັກຮຽນດີເດັ່ນ 42 ຄົນ

ເມືອງ ສີໂຄດຕະບອງ ມີໂຮງຮຽນທັງໝົດ 153 ແຫ່ງ, ໃນນັ້ນ, ພາກເອກະ ຊົນ 86 ແຫ່ງ, ເຊິ່ງມີນັກ ຮຽນທັງໝົດ 27.166 ຄົນ (ຍິງ 13.269 ຄົນ) ມີຄູ- ອາຈານທັງໝົດ 1.470 ຄົນ (ຍິງ 1.170 ຄົນ) ຄູລັດ 540 ຄົນ, ຍິງ 390 ຄົນ.
+ ໂຮງຮຽນພອນສະຫວັນຍ້ອງຍໍຄູອາຈານນັກຮຽນເກັ່ງໃນສົກຮຽນ 2017-2018
+ ການສອບເສັງນັກຮຽນເກັ່ງລະດັບຊາດຊັ້ນມັດທະຍົມສຶກສາປີນີ້ ຈະຮັບປະກັນໃຫ້ມີຄຸນນະພາບ
ທ່ານ ສິນໄຊ ສຸທໍາມະ ວົງ ຮອງຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາ ເມືອງສີໂຄດຕະບອງ ໃຫ້ ຮູ້ວ່າ: ການສອບເສັງ ຈົບຊັ້ນ ປ5 ໃນສົກຮຽນ 2017-2018 ທົ່ວເມືອງ ມີນັກ ສອບເສັງທັງໝົດ 1.839 ຄົນ (ຍິງ 913 ຄົນ) ແລະ ສອບເສັງໃນ 4 ວິຊາຄື: ຫັດແຕ່ງ, ຂຽນທວາຍ, ຄະ ນິດສາດ ແລະ ໂລກອ້ອມຕົວ ແລະ ມີສູນສອບເສັງທັງໝົດ 8 ສູນ ຄື: ສູນໜອງດ້ວງ, ສີ ຖານເໜືອ, ສີໄຄ, ເກົ້າລ້ຽວ, ທົ່ງປົ່ງ, ໜອງແຕ່ງ, ໜອງ ບຶກ ແລະ ບ້ານໃໝ່ ລວມ ມີທັງໝົດ 60 ຫ້ອງ.
ຜົນການສອບເສັງຈົບ ຊັ້ນປະຖົມ ສົກຮຽນ 2017-2018 ທົ່ວເມືອງປະຕິບັດ ໄດ້ 99,84%. ມີນັກສອບ ເສັງທີ່ໄດ້ຮອບດ້ານ ຄະແນນ 7 ຂຶ້ນໄປ ມີທັງໝົດ 42 ຄົນ (ຍິງ 28 ຄົນ) ໃນນັ້ນ, ໄດ້ ຮັບຍ້ອງຍໍ ແລະ ຂອງຂັວນ ປະເພດ 1 ໄດ້ແກ່ ນາງ ອຸໄລ ວັນ ຄໍາມຸງຄຸນ ໂຮງຮຽນຮຸ່ງ ເຮືອງ ມີ 36 ຄະແນນ, ທີ 1 ໄດ້ແກ່ທ້າວ ສຸດສາຍໃຈ ລາຊະສີມາ ໂຮງຮຽນຊະນະ ພົນ ມີ 35 ຄະແນນ, ທີ 2 ໄດ້ ແກ່ນາງ ນໍ້າຝົນ ຄໍາສາງ ໂຮງຮຽນຊະນະພົນ, ທ້າວ ທິລະເດດ ພັນແພງດີ ໂຮງ ຮຽນ ວຽງຈັນພັດທະນາ, ນາງ ວາດສະໜາ ມະໂນຈິດ ໂຮງຮຽນຮຸ່ງເຮືອງ, ນາງ ພອນ ທິດາ ມະນີວົງ ໂຮງ ຮຽນ ສະເຫຼີມສຸກ ມີ 34 ຄະ ແນນ, ສ່ວນທີ 3 ແລະ ປະ ເພດ 2 ລວມມີ 36 ຄົນ. ໂດຍໄດ້ ຈັດການຍ້ອງຍໍຊົມ ເຊີຍຕໍ່ນັກຮຽນຈໍານວນ ດັ່ງກ່າວ ແລະ ມອບໃບຍ້ອງ ຍໍໃຫ້ຄູສອນດີເດັ່ນຈາກ ບັນດາໂຮງຮຽນອີກດ້ວຍ.